ການຄ້າແຂວງ ສະຫຼຸບໂຄງການຜະລິດກະສິກຳເປັນສິນຄ້າ ປີ 2021

ກອງປະຊຸມສະຫຼຸບ ໂຄງການຜະລິດກະສິກຳເປັນສິນຄ້າ ຕາມອົງປະກອບ B ແລະ ແຜນການທິດທາງ 2022 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 31 ທັນວາ 2021 ຢູ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍການເປັນປະທານຂອງທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກ ອຄ ແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບໂຄງການ, ຂະແໜງກ່ຽວຂ້ອງຂັ້ນແຂວງ, 3 ເມືອງເປົ້າໝາຍ ຄື ເມືອງປາກຊັນ, ບໍລິຄັນ ແລະ ທ່າພະບາດ ເຂົ້າຮ່ວມ.

ພະແນກ ອຄ ແຂວງ ແມ່ນຂະແໜງການໜຶ່ງ ທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການຜະລິດກະສິກຳເປັນສິນຄ້າ ຮັບຜິດຊອບໃນອົງປະກອບ B ຄື: ເພີ່ມຂີດຄວາມສາມາດທາງການຄ້າຂາຍກະສິກຳ ໂດຍການຮ່ວມມືກັບຫຼາຍພາກສ່ວນ ແລະ ກຸ່ມຜະລິດໃນ 3 ເມືອງເປົ້າໝາຍ ຜ່ານການຈັດຕັ້ງປະຕິບັດໃນໄລຍະ 1 ປີຜ່ານມາ ເຫັນວ່າ ໄດ້ມີຄວາມພະຍາຍາມສູງໃສ່ການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້ ເຊິ່ງສະແດງອອກ ຄື: ສາມາດຄັດເລືອກຜູ້ປະກອບການເຂົ້າຮ່ວມໂຄງການແລ້ວ ມີ ໂຮງສີເຂົ້າ 4 ຫົວໜ່ວຍ, ພຶດຜັກ 1 ຫົວໜ່ວຍ, ສຳເລັດຝຶກອົບຮົມຂຽນບົດສະເໜີໂຄງການໃຫ້ແກ່ຜູ້ປະກອບການ 1 ຄັ້ງ 14 ຫົວໜ່ວຍ, ຝຶກຂຽນແຜນການລົງທຶນ 1 ຄັ້ງ ມີ 5 ຫົວໜ່ວຍເຂົ້າຮ່ວມ, ຜູ້ປະກອບການທີ່ຜ່ານເກນການໃຫ້ຄະແນນຂອງຄະນະກຳມະການ ໄດ້ 5 ຫົວໜ່ວຍ ມູນຄ່າການລົງທຶນ 6.600.000.000 ກີບ ໃນນັ້ນ ທຶນໂຕເອງ 3.300.000.000 ກີບ.

ສຳເລັດການສ້າງບົດບັນທຶກສັນຍາຊື້ – ຂາຍ ແນວພັນເຂົ້າລະຫວ່າງກຸ່ມຜະລິດ ແນວພັນ ແລະ ກຸ່ມປູກເຂົ້າເປັນສິນຄ້າທັງໝົດ 22 ສັນຍາ, ນຳພາຜູ້ປະກອບການໂຮງສີເຂົ້າລົງເຊັນສັນຍາເກັບຊື້ເຂົ້າລະດູນາປີ ນຳກຸ່ມຜະລິດເຂົ້າເປັນສິນຄ້າ 3 ເມືອງເປົ້າໝາຍ ປະກອບມີ ເມືອງທ່າພະບາດ 9 ບ້ານ ໄດ້ 1.330 ໂຕນ, ເມືອງບໍລິຄັນ 3 ບ້ານ ໄດ້ 470 ໂຕນ ແລະ ເມືອງປາກຊັນ 8 ບ້ານ ໄດ້ 1.974 ໂຕນ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳເຫັນ ຕີລາຄາດ້ານດີ, ດ້ານອ່ອນ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອຈະໄດ້ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ວາງແຜນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ.

About admins16