ກະສິກຳ-ປ່າໄມ້ ເມືອງທ່າພະບາດ ເລັ່ງແກ້ໄຂການເອົານ້ຳເຂົ້າສູ່ການຜະລິດ ໃຫ້ປະຊາຊົນບ້ານສາຍພາຍ

ເພື່ອຊອກຫາວິທີທາງເອົານ້ຳເຂົ້າສູ່ການຜະລິດຂອງປະຊາຊົນຢູ່ບ້ານສາຍພາຍ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ທໍາການຜະລິດລະດູແລ້ງປີນີ້ ໃນວັນທີ 11 ພະຈິກ 2020 ນີ້ ທ່ານ ສົມຫວັງ ແກ້ວວົງວິຈິດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລົງກວດກາສະຖານີດູດນ້ຳຢູ່ແຄມແມ່ນ້ຳຂອງ ບໍລິເວນບ້ານດັ່ງກ່າວ.

ພາຍຫຼັງນ້ຳບົກແຫ້ງ ກໍ່ເກີດມີຫາດຊາຍປົ່ງຖ້ວມເປັນບໍລິເວນກວ້າງ ໃນບໍລິເວນຈັກສູບນ້ຳ ທີ່ເຄີຍດູດນ້ຳເຂົ້າສູການຜະລິດໃນແຕ່ລະປີ ເຊີ່ງເປັນຜົນກະທົບຕໍ່ການຜະລິດລະດູແລ້ງໃນປີນີ້ ຕໍ່ສະພາບການດັ່ງກ່າວ ທາງຫ້ອງການກະສິກຳ-ປ່າໄມ້ເມືອງ ແລະ ພະແນກກະສິກຳ-ປ່າໄມ້ແຂວງ ຈະໄດ້ນຳໃຊງົບປະມານຈາກພາກລັດ ເພື່ອຂຸດຮ່ອງນ້ຳແຕ່ກາງແມ່ນ້ຳຂອງ ເຂົ້າຫາຈັກດູດນ້ຳ ເຊີ່ງມີຄວາມຍາວປະມານ 150 ແມັດ, ການຂຸດຮ່ອງນ້ຳເຂົ້າຫາຈັກສູບນ້ຳນີ້ແມ່ນເປັນວຽກທີ່ຮີບດ່ວນ ເພາະວ່າ ປະຈຸບັນ ແມ່ນກ້າວເຂົ້າສູ່ການຜະລິດລະດູແລ້ງແລ້ວ,  ຖ້າຫາກວ່າຂຸດຮ່ອງນ້ຳນີ້ສຳເລັດ ຈະສາມາດສະໜອງນ້ຳໃຫ້ແກ່ການຜະລິດລະດູແລ້ງຂອງປະຊາຊົນບ້ານສາຍພາຍ ໄດ້ 110 ເຮັກຕ່າ ໂດຍສະເພາະແມ່ນການປູກເຂົ້ານາແຊງ, ປູກພືດຕະກຸນຖົ່ວ, ມັນດ້າງ, ສາລີ ແລະ ຈະເຮັດໃຫ້ການກະຕຸ້ນເສດຖະກິດຂອງບ້ານໃຫ້ມີການຂະຫຍາຍຕົວຂື້ນອີກບາດກ້າວໜຶ່ງ.

About admin11