ກອງ​ປະ​ຊຸມ​ປືກ​ສາ​ຫາ​ລື ການ​ສ້າງ​ສວນ​ອະ​ນຸ​ລັກ​ຊີ​ວະ​ນາໆພັນ​ ທີ່​ເປັນ​ຢາ​ແຫ່ງ​ໃໝ່ ( ເຂດ​ຕາ​ດກູ້ )

     ໃນ​ວັນ​ທີ 24 ກຸມ​ພາ 2022 ຢູ່​ທີ່​ຫ້ອງ​ປະ​ຊຸມ​ຫ້ອງການສາ​ທາ​ລະ​ນະ​ສຸກ ​ເມືອງວຽງ​ທອງ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຈັດກອງ​ປະ​ຊຸມ​ປືກ​ສາ​ຫາ​ລື ການ​ສ້າງ​ສວນ​ອະ​ນຸ​ລັກ​ຊີ​ວະ​ນາໆພັນ ​ທີ່​ເປັນ​ຢາ​ແຫ່ງ​ໃໝ່ ( ເຂດ​ຕາ​ດກູ້ ) ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ບົວ​ພັນ ອີນ​ຄຳ​ມະ​ວົງ ຮອງ​ເຈົ້າ​ເມືອງວຽງ​ທອງ, ທ່ານ ປອ ດ​ຣ ທອງ​ສະ​ຫວັນ ແສງ​ກົງ​ດາ​ລາ ຮອງ​ຫົວໜ້າ​ສະ​ຖາ​ບັນ​ການ​ແພດ ແລະ ຢາ​ພື້ນ​ເມືອງ, ທ່ານ ຈັນ​ທອນ ຄູ​ຫາ​ເທບ ຮອງ​ຄະ​ນະ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ, ມີ​ຫົວ​ໜ້າ, ຄະ​ນະ​ຫ້ອງ​ການ ແລະ ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ ​ເຂົ້າ​ຮ່ວມ.

      ໃນກອງ​ປະ​ຊຸມ​ ທ່ານ ມະ​ໂນ​ລັກ ວັນ​ທາ​ນຸ​ວົງ ຫົວ​ໜ້າ​ພະ​ແນກ​ບໍ​ລິ​ຫານ, ສະ​ຖາ​ບັນ ໄດ້​ລາຍ​ງານ​ຄວາມ​ເປັນ​ມາ, ສະ​ພາບ​ເງື່ອນ​ໄຂຄວາມ​ເປັນ​ໄປ​ໄດ້ ແລະ ການ​ກະ​ກຽມ​ພື້ນ​ທີ່​ຈະ​ສ້າງ​ເປັນ​ສວນ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ​ທີ່​ເປັນ​ຢາ ໃນ​ທົ່ວ​ປະ​ເທດ ແລະ ອະ​ທິ​ບາຍ​ຂັ້ນ​ຕອນ, ວິ​ທີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ກົດ​ລະ​ບຽບ, ຂໍ້​ຫ້າມ​ຕ່າງໆ, ພ້ອມນັ້ນ ​ກໍ່​ໄດ້ລາຍ​ງານ​ຫຍໍ້​ຄວາມ​ເປັນ​ມາ​ສະ​ພາບ​ເງື່ອນ​ໄຂ, ການ​ກະ​ກຽມ​ທີ່​ຈະ​ສ້າງ​ເປັນ​ສວນ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ​ທີ່​ເປັນ​ຢາ ຂອງ​ເມືອງວ​ຽງ​ທອງ ​ຢູ່ບ້ານເມືອງມ່ວນ (ເຂດຕາດກູ້)​ ມີ​ເນື້ອ​ທີ່ 24,03 ເຮັກ​ຕ່າ ຊື່ງກວມ​ເອົາ​ພື້ນ​ທີ່​ເຂດ​ປ່າ​ປ້ອງ​ກັນ ທິດເໜືອຕິດກັບພູຫີນເຫຼັກ,​ ທິດໃຕ້ຕິດກັບທາງຊອຍ,​ ທິດຕາເວັນອອກຕິດກັບທາງ 1D, ທິດຕາເວັນຕົກຕິດກັບຫ້ວຍກູ້.

ກອງ​ປະ​ຊຸມ ​ໄດ້​ມີ​ການ​ຜັດ​ປ່ຽນ​ກັນ​ຂື້ນ​ປະ​ກອບ​ຄຳ​ຄິດ​ເຫັນ​ໃສ່​ຕໍ່ກັບການກຳນົດ,  ລະບຽບການຕ່າງໆເພື່ອໃຫ້ສອດຄອງໃນການປະຕິບັດ ແລະ ໂອກາດນີ້ ທາງສະຖາບັນກໍ່ໄດ້ມອບເງິນຈຳນວນ 5 ລ້ານກີບ ໃຫ້ຫ້ອງການສາທາເມືອງ ເພື່ອປະກອບສ່ວນເຮັດປ້າຍໄປຕິດໃສ່ສວນ.

About admin11