ກອງຮ້ອຍ 2 ກອງພັນ 617 ເປີດກອງປະຊຸມສະຫຼຸບວຽກງານພັກ

 

ໃນວັນທີ 16 ທັນວາ 2020 ຢູ່ທີ່ສະໂມສອນກອງຮ້ອຍ 2 ກອງພັນ 617 ທະຫານແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານພັກ, ວຽກງານການເມືອງ ປະຈຳປີ 2020 ແລະ ວາງທິດທາງແຜ່ນການປະຈຳປີ 2021 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພັຕ ທອງຈັນ ຈັນທະວົງ ຮອງເລຂາໜ່ວຍພັກ, ຫົວໜ້າການເມືອງກອງຮ້ອຍ ໂດຍມີຄະນະພັກ, ຄະນະບັນຊາ, ພະນັກງານ, ນັກລົບ ທົ່ວກອງຮ້ອຍ 2 ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວໃນໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະພ້ອມກັນຊອກວິທີທາງແກ້ໄຂໃນຕໍ່ໜ້າ. ໄລຍະ 1 ປີຜ່ານມາ ກອງຮ້ອຍ 2 ໄດ້ຈັດຕັ້ງອ້າຍນ້ອງປະຈຳປ້ອມຜາຂອດ 6 ຄັ້ງ ມີຈຳນວນພົນ 72 ສະຫາຍ, ປະຈຳປ້ອມພູຫຼັກພັນ 12 ຄັ້ງ ມີຈຳນວນພົນ 96 ສະຫາຍ, ປ່ອມມັນຕົ້ນ 12 ຄັ້ງ ມີ 24 ສະຫາຍ, ນອກຈາກນີ້ ຍັງໄດ້ເຂົ້າຮ່ວມວຽກງານແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນ.

ກອງປະຊຸມ ຍັງໄດ້ວາງທິດທາງແຜນການໃນຕໍ່ໜ້າ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ໂດຍເນັ້ນ ເຮັດໃຫ້ສັງຄົມ ມີຄວາມສະຫງົບປອດໄພ ໂດຍພື້ນຖານ, ແກ້ໄຂບັນດາປະກົດການຫຍໍ້ທໍ້ ໃນຂອບເຂດທີ່ຕົນຮັບຜິດຊອບ ໃຫ້ຫລຸດໜ້ອຍຖອຍລົງ, ນຳພາອ້າຍນ້ອງພະນັກງານນັກຮົບ ເພີ່ມພຸນຜະລິດຜົນ ເພື່ອກຸ້ມຕົນເອງທາງດ້ານສະບຽງອາຫານ, ສ້າງຄວາມເຂັ້ມແຂງທາງດ້ານພື້ນຖານເສດຖະກິດ ແລະ ກຽມພ້ອມທຸກບາດກ້າວ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນ.

About admin11