ກອງຮ້ອຍທະຫານຊາຍແດນ 251 ອ່ວຍພອນຄະນະພັກ-ຄະນະບັນຊາດ່ານຕາມເຫີບ

ເນື່ອງໃນໂອກາດວັນບຸນປີໃໝ່ຂອງຊາວຫວຽດນາມ ໃນວັນທີ 25 ມັງກອນ 2023 ທ່ານ ພັນໂທ ບົວແກ້ວ ຄໍາພະໄຊ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 251 ສປປ ລາວ ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂັວນ ແລະ ເຂົ້າສານໜຽວຈໍານວນສອງເປົາ ເຂົ້າອ່ວຍພອນ ຄະນະພັກ-ຄະນະບັນຊາດ່ານຕາມເຫີບ ແລະ ຄະນະພັກ-ຄະນະບັນຊາຄ້າຍທະຫານຊາຍແດນ 551 ສສ ຫວຽດນາມ ໂດຍການກ່າວຮັບຂອງ ທ່ານ ພັນຕີ ພັນຕອງຖ່າຍ ຫົວໜ້າດ່ານຕາມເຫີບ ແລະ ທ່ານ ພັນຕີ ໂງ່ວັນທຽນ ຫົວໜ້າການເມືອງຄ້າຍທະຫານຊາຍແດນ 551.

ທັງນີ້ ກໍ່ເພື່ອເປັນການຮັດແໜ້ນຄວາມສາມັກຄີແບບພິເສດ ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງຄະນະພັກ-ຄະນະບັນຊາ ກໍ່ຄືນາຍ ແລະ ພົນທະຫານ ຂອງກອງຮ້ອຍທະຫານຊາຍແດນ 251 ທະຫານແຂວງບໍລິຄຳໄຊ ສປປ ລາວ ກັບຄະນະພັກ-ຄະນະບັນຊາດ່ານຕາມເຫີບ ແລະ ຄ້າຍທະຫານຊາຍແດນ 551 ສສ ຫວຽດນາມ ໃຫ້ນັບມື້ເພີ່ມພຸນຄູນສ້າງ ແລະ ໝັ້ນຄົງທະນົງແກ່ນຂື້ນໄປເລື້ອຍໆ.

About admins14