ກອງພັນໃຫຍ່ 642 ເປີດບັ້ນອົບຮົມ-ຫັດແອບ ປະຈໍາປີ 2021

 

ກອງພັນໃຫຍ່ 642 ແຂວງບໍລິຄຳໄຊ ໄດ້ເປີດບັ້ນອົບຮົມ-ຫັດແອບຂື້ນໃນວັນທີ 12 ກຸມພາ ປີ 2021 ໂດຍການເປັນປະທານຂອງ ທ່ານ ພັນເອກ ແສງທອງ ດວງວິໄລ ເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 642, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນຕີ ຈັນທອງ ສອນຕະອາດ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ.

ໃນພິທີ ທ່ານ ພັນເອກ ແສງທອງ ດວງວິໄລ ໄດ້ຂື້ນຜ່ານແຜນອົບຮົມ-ຫັດແອບປະຈໍາປີ 2021 ເຊີ່ງແຜນການອົບຮົມ-ຫັດແອບ ຈະໄດ້ແບ່ງອອກເປັນ 4 ພາກ ຄື: ພາກການເມືອງ, ການທະຫານ, ພາກພະລາທິການ ແລະ ເຕັກນິກວິຊາສະເພາະ.

ພາກການທະຫານ ຈະໄດ້ອົບຮົມດ້ານສິນລະປະຍຸດ-ຍຸດທະວິທີທະຫານຮາບ ແລະ ວິຊາສະເພາະເຫຼົ່າຮົບປ້ອງກັນອາກາດ, ດ້ານລະບຽບແບບແຜນ ເນັ້ນໃຫ້ພະນັກງານ-ນັກຮົບໃນກົມກອງປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກໃນມື້ໜຶ່ງ, ຄໍາປະຕິຍານ 8 ຂໍ້ ແລະ ລະບຽບ 12 ຂໍ້ຕໍ່ປະຊາຊົນຂອງກອງທັບວາງອອກ ແລະ ກົດລະບຽບ 231 ມາດຕາໃຫ້ເຂັ້ມງວດ.

ດ້ານກີລາກາຍະກໍາ ແມ່ນຈະໄດ້ອົບຮົມ-ຫັດແອບກໍາລັງແຮງກາຍ ຄື: ຫັດກາຍ 2 ບົດ 24 ຈັງຫວະ, ຫັດກາຍແທງກະບີ່ 28 ຈັງຫວະ, ຫັດກາຍມວຍ 16 ຈັງຫວະ ແລະ ຫັດກາຍມືເປົ່າ ໃຫ້ມີຄວາມຊໍານິ-ຊໍານານ ແລະ ເປັນເອກະພາບຈົບງາມ, ການອົບຮົມຫັດແອບແມ່ນຖືເອົາທິດສະດີພື້ນຖານ ແລະ ພາກປະຕິບັດຕົວຈິງເປັນບັນຫາສໍາຄັນ.

ການອົບຮົມ-ຫັດແອບ ແມ່ນຈະໃຊ້ເວລາທັງໝົດ 160 ວັນ ( ບໍ່ນັບວັນພັກການ ) ແບ່ງອອກເປັນ 2 ໄລຍະ ຕາມສະພາບຂອບເຂດກົມກອງຕັ້ງທັບ.

ຈຸດປະສົງໃນການເປີດອົບຮົມ ແມ່ນເພື່ອແນໃສ່ ເຮັດໃຫ້ນາຍ ແລະ ພົນທະຫານໄດ້ຮັບຮູ້ ແລະ ກໍາແໜ້ນບັນດາທິດສະດີຫຼັກການ ທາງດ້ານສິນລະປະຍຸດ-ຍຸດທະວິທີໃຫ້ມັນຄ່ອງແຄ້ວ, ທັນກັບສະພາບການຕົວຈິງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ ຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍການເພີ່ມທະວີຄວາມເອົາໃຈໃສ່ວຽກງານອົບຮົມ-ຫັດແອບໃຫ້ເຂັ້ມແຂງ ສາມາດເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ໄປຄຽງຄູ່ກັບການສ້າງໜ່ວຍພັກປອດໃສ ປອດໄພ ປອດຄະດີ ໃຫ້ເຂັ້ມແຂງໜັກແໜ້ນເປັນກ້າວໆ.

ນອກນັ້ນ, ໃນພິທີ ບັນດາຜູ້ແທນ ແລະ ແຂກທີ່ຖືກເຊີນ ຍັງໄດ້ຮັບຊົມກ້ອນສວນສະໜາມຂອງກົມກອງ, ການສະແດງຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ຫັດກາຍແທງກະບີ່ 4 ທິດ, ຫັດກາຍມວຍ 16 ຈັງຫວະ, ຮັບຊົມການສະແດງເຕັ້ນບັດສະລົບ ແລະ ເຕັ້ນແອລະບິກຂອງເອື້ອຍນ້ອງສະຫະພັນແມ່ຍິງ ທີ່ມາສະແດງຮັບໃຊ້ລາຍການອີກດ້ວຍ.

 

About admin11