ກອງພັນໃຫຍ່ 642 ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ວັນທີ 15 ກຸມພາ 2021 ກອງພັນໃຫຍ່ 642 ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຜູ້ທີ່ຄົບມາດຖານເງື່ອນໄຂ ແລະ ມີຜົນງານດີເດັ່ນ ຮອດອາຍຸການເລື່ອນຊັ້ນ, ໂດຍການເຂົ້າຮ່ວມຂອງທ່ານ ພັນເອກ ແສງທອງ ດວງວິໄລ ເລຂາຄະນະພັກ ຫົວໜ້າການທະຫານ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນນ້ອຍ ກອງຮ້ອຍຂື້ນກັບ ຕະຫຼອດຮອດນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 867, 866, 855, 854/ກປທ ແລະ 405, 404/ກມທ, ລົງວັນທີ 5 ກຸມພາ 2021 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 642.

ໃນນັ້ນ, ເລື່ອນຊັ້ນຮ້ອຍເອກຂື້ນພັນຕີ 24 ສະຫາຍ ແລະ ເລື່ອນທຽບຊັ້ນຮ້ອຍເອກຂື້ນພັນຕີ 6 ສະຫາຍ, ເລື່ອນຊັ້ນຮ້ອຍໂທຂື້ນຮ້ອຍເອກ 11 ສະຫາຍ ແລະ ເລື່ອນທຽບຊັ້ນ ຮ້ອຍໂທຂື້ນຮ້ອຍເອກ 12 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂື້ນຮ້ອຍໂທ 8 ສະຫາຍ ແລະ ເລື່ອນທຽບຊັ້ນຮ້ອຍຕີຂື້ນຮ້ອຍໂທ 1 ສະຫາຍ.

ໃນໂອກາດນີ້, ທ່ານ ພັນເອກ ແສງທອງ ດວງວິໄລ ໄດ້ໂອ້ລົມ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບເລື່ອນຊັ້ນໃໝ່ໃນຄັ້ງນີ້ ທີ່ໄດ້ຕັ້ງໜ້າປະກອບສ່ວນເຫື່ອແຮງສະຕິປັນຍາ ເຂົ້າໃນໜ້າທີ່ວຽກງານຂອງຕົນ ຈົນສາມາດຍາດໄດ້ຜົນງານອັນດີເດັ່ນຫຼາຍດ້ານ, ສະຫາຍຍັງເນັ້ນໃຫ້ນາຍທະຫານຜູ້ທີ່ໄດ້ຮັບຊັ້ນໃໝ່ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ພັກ-ລັດ, ການຈັດຕັ້ງ ກໍ່ຄືວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍຢ່າງມີຄວາມຮັບຜິດຊອບສູງຂື້ນກ່ວາເກົ່າ.

About admin11