ກອງພັນໃຫຍ່ 621 ແຕ່ງຕັ້ງຄະນະຊີ້ນຳ ວຽກກໍ່ສ້າງຮາກຖານການເມືອງ ຢູ່ 2 ບ້ານ ເມືອງວຽງທອງ

     ໃນວັນທີ 27 ຕຸລາ 2021 ຢູ່ຫ້ອງການບ້ານ ຄອນຕ່າວ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປະກາດມອບໝາຍໜ້າທີ່ໃຫ້ບັນດາກົມກອງທີ່ຂຶ້ນກັບກອງພັນໃຫຍ່ 621 ລົງກໍ່ສ້າງຮາກຖານການເມືອງ ປະຈໍາບ້ານ ນາໂທ ແລະ ບ້ານ ຄອນຕ່າວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີທ່ານ ພັອ ຈູມສີ ສີທະນົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 621, ມີຄະນະພັກ, ຄະນະບັນຊາ, ພະນັກງານພາຍໃນກົມກອງ ແລະ ການຈັດຕັ້ງບ້ານ ເຂົ້າຮ່ວມ.

     ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກອງພັນໃຫຍ່ 621 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ,​ ຄະນະຮັບຜິດຊອບ ລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ສອງບ້ານ ພ້ອມທັງຜ່ານແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ໃນປີ 2021.

   ຈຸດປະສົງ ກໍ່ເພື່ອຫັນເອົາພະນັກງານລົງສົມທົບກັບອໍານາດການປົກຄອງບ້ານຕິດຕາມກວດກາ, ເກັບກໍາຂໍ້ມູນສະພາບການຕົວຈິງຂອງບ້ານ ເພື່ອເຮັດໃຫ້ບ້ານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຕິດພັນກັບຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານໃຫ້ໝົດໄປ.

 

 

About admin11