ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ບໍລິຄໍາໄຊ ສຶກສາອົບຮົມກຸ່ມໄວລຸ່ນດັດແປງສະພາບລົດ

ວັນທີ 01 ກຸມພາ 2022 ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ສຶກສາອົບຮົມ ກຸ່ມໄວລຸ່ນ ທີ່ຂັບຂີ່ລົດຈັກທໍ່ດັງ, ດັດແປງສະພາບລົດ ຂື້ນຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການສຶກສາອົບຮົມຂອງທ່ານ ພັນຕີ ອາໂນໄທ ພູມສະຫວັດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີ ພໍ່ແມ່ ຜູ້ປົກຄອງ ແລະ ກຸ່ມໄວລຸ່ນ ເຂົ້າຮ່ວມ.

ທ່ານ ພັນຕີ ອາໂນໄທ ພູມສະຫວັດ ໄດ້ກ່າວວ່າ: ໂດຍປະຕິບັດຕາມທິດຊີ້ນໍາຂອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໃຫ້ເຈົ້າໜ້າທີ່ວິຊາສະເພາະ ກອງພັນປ້ອງກັນເຄື່ອນທີ່ ອອກກວດກາລາດຕະເວນ ເພື່ອປາບປາມ ຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ໃນການກວດກາຕາມຈຸດ, ສະຖານທີ່ສໍາຄັນຕ່າງໆພາຍໃນເທດສະບານເມືອງ ແລະ ເພື່ອແກ້ໄຂຫາງສຽງຕາມການສົ່ງຂ່າວຂອງສັງຄົມ ທີ່ລາຍງານວ່າມີກຸ່ມໄວລຸ່ນໄດ້ຂັບຂີ່ລົດທໍ່ດັງແຂ່ງກັນ ເນືອງນັນ ລົບກວນ ຕາມເສັ້ນທາງຕ່າງໆ ແລະ ດັດແປງຕົບແຕ່ງ ສະພາບລົດຈາກເດີມ ເຮັດໃຫ້ບໍ່ມີຄວາມຮັບປະກັນ ສ່ຽງຕໍ່ການເກີດອຸບັດຕິເຫດ.

ຜ່ານການກວດກາຈື່ງໄດ້ພົບເຫັນ ແລະ ກັກລົດ ຈໍານວນ 08 ຄັນ ພ້ອມກັບນໍາຕົວກຸ່ມໄວລຸ່ນ 15 ຄົນ ມາທໍາການສຶກສາອົບຮົມ, ກ່າວເຕືອນ ແລະ ປັບໄໝຕາມລະບຽບກົດໝາຍ ໂດຍໄດ້ນໍາເອົາກົດລະບຽບໃນການນໍາໃຊ້ລົດ, ຜົນຮ້າຍຄວາມອັນຕະລາຍ, ຜົນເສຍຫາຍທີ່ເປັນຜົນສະທ້ອນຕໍ່ຕົນເອງ ແລະ ສັງຄົມ, ໃຫ້ຢຸດເຊົາຕໍ່ພຶດຕິກໍາດັ່ງກ່າວຢ່າງດັດຂາດ ແລະ ບໍ່ໃຫ້ກະທໍາຊ້ຳຕື່ມອີກ, ຮຽກຮ້ອງ ແລະ ເນັ້ນໜັກໃຫ້ ພໍ່ແມ່ຜູ້ປົກຄອງ ຈົ່ງໄດ້ແນະນໍາ ຕັກເຕືອນ ເບີ່ງແຍງລູກຫຼານ ບໍ່ໃຫ້ດັດແປງສະພາບເຕັກນິກລົດ, ບໍ່ໃຫ້ທ່ຽວເດີກກາຍໂມງເວລາທີ່ທາງການກໍານົດໄວ້ ປະຕິບັດຕາມລະບຽບກົດໝາຍໃຫ້ເຂັ້ມງວດ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບສຸກປອດໄພດີ.

ພາຍຫຼັງທໍາການສຶກສາອົບຮົມ ກ່າວເຕືອນແລ້ວ ກໍ່ໄດ້ມີການເຊັນບົດບັນທຶກ ທີ່ມີມາດຕະການເພີ່ມເຕີມ ເພື່ອບໍ່ໃຫ້ພວກກ່ຽວກະທໍາຜິດຊໍ້າຕື່ມອີກ ພ້ອມທັງມອບລົດຄືນໃຫ້ ແລະ ໃຫ້ປ່ຽນແປງລົດຄືນສູ່ສະພາບເດີມ, ສ່ວນທໍ່, ອຸປະກອນການແຕ່ງລົດ ແມ່ນເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເກັບໄວ້ເພື່ອທໍາລາຍຖີ້ມ.

 

About admin11