ກອງປະຊູມລາຍງານ ການຈັດຕັ້ງປະຕິບັດເຊື່ອມຊືມມະຕິ XI ແລະ ມາດຕະການແກ້ໄຂການແຜ່ລະບາດ ໂຄວິດ 19 ຜ່ານລະບົບວິດີໂອຄອນເຟີເຣັ້ນ.

ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນເຟີເຣັ້ນ ລະຫວ່າງສູນກາງຫາທ້ອງຖີ່ນ ເພື່ອສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກ ໄດ້ຈັດຂຶ້ນໃນວັນທີ14 ພຶດສະພາ 2021 ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານລັດຖະມົນຕີກະຊວງ ແລະ ເຈົ້າແຂວງ ທົ່ວປະເທດເຂົ້າຮ່ວມ, ສ່ວນແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ.

ໃນການເຂົ້າຮ່ວມກອງປະຊຸມນີ້ ໄດ້ຮັບຟັງການລາຍງານຈາກກະຊວງ ແລະ ບັນດາແຂວງກ່ຽວກັບການຈັດຕັ້ງປະຕິບັດການເຊື່ອມຊຶມມະຕິຂອງ XI ຂອງພັກ ແລະ ສະພາບການແກ້ໄຂການລະບາດພະຍາດໂຄວິດ 19 ຢູ່ບັນດາແຂວງ ເຫັນວ່າສະພາບການລະບາດຂອງພະຍາດ ໂຄວິດ 19 ຢູ່ບາງແຂວງກໍ່ໄດ້ມີຕົວເລັກເພີ່ມຂື້ນຕະລອດ ແລະ ບາງແຂວງກໍ່ເຫັນວ່າຫຼຸດລົງ ແລະ ບໍ່ແຜ່ລາມເປັນວົງກວ້າງ, ສະເພາະແຂວງບໍລິຄຳໄຊ ພາຍຫຼັງທີ່ໄດ້ຮັບຄຳສັ່ງດັ່ງກ່າວ ແຂວງກໍ່ໄດ້ອອກນິຕິກຳ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເຜີຍແຜ່ເຊື່ອມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຈ້ງການການແນະນຳ ຂອງຄະນະປະຈຳພັກແຂວງ ໃນການຈັດຕັ້ງເຊື່ອມຊຶມ ແລະ ແຈ້ງການເພີ່ມເຕີມ ຂອງຄະນະໂຄສະນາອົບຮົມແຂວງ ໃນການຈັດຕັ້ງປະຕິບັດກ່ຽວກັບການເຊື່ອມຊຶມ ເຊິ່ງແຂວງໄດ້ແບ່ງອອກເປັນ 3 ຮອບ: ຮອບທຳອິດ ເຊື່ອມຊຶມໃຫ້ຄະນະບໍລິຫານງານພັກແຂວງ, ຮອບທີ 2 ໃຫ້ຂະແໜງການ, ອົງການ, ເລຂາພັກເມືອງ ແລະ ຮອບທີ 3 ໃຫ້ປະຊາຊົນຂັ້ນບ້ານ.

ສຳລັບສະພາບການແກ້ໄຂ ແລະ ຄວບຄຸມການລະບາດ ຂອງເຊື້ອພະຍາດ ໂຄວິດ 19 ຢູ່ແຂວງບໍລິຄຳໄຊ ເຊິ່ງແຂວງໄດ້ຖືເອົາການຕ້ານການລະບາດຂອງພະຍາດໂຄວິດ 19 ພາຍໃຕ້ຄຳຂວັນ ເປັນການເຂົ້າສູ່ສະໜາມຮົບ, ຕີກັບສັດຕູອັນຕະລາຍ ຮ້າຍກາດ, ບໍ່ມີຕົວຕົນ, ບໍ່ຮູ້ຢູ່ທິດທາງໃດ, ແຕ່ມີອິດທິພົນທຳລາຍທົ່ວໂລກ ພາຍຫຼັງໄດ້ມີຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ກໍ່ໄດ້ຜັນຂະຫຍາຍເປັນນິຕິກຳ ຂັ້ນທ້ອງຖິ່ນຂອງຕົນເອງ ໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ ເພື່ອໃຫ້ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ແຂວງ ໄດ້ຕັ້ງຈຸດກວດກາການເຂົ້າ-ອອກຂອງປະຊາຊົນພາຍໃນແຂວງ ແລະ ຕ່າງແຂວງຂີ້ນ 6 ຈຸດຄື: ເມືອງທ່າພະບາດ 2 ຈຸດ, ບໍລິຄັນ 1 ຈຸດ, ປາກກະດິງ 1 ຈຸດ ແລະ ເມືອງຄຳເກີດ 2 ຈຸດ ສ່ວນຈຸດກວດກາຢູ່ແຕ່ລະບ້ານ ແມ່ນການຈັດຕັ້ງບ້ານ ໄດ້ຈັດຕັ້ງກັນເອງ ເພື່ອກວດກາການເຂົ້າ-ອອກ ຂອງຄົນພາຍໃນບ້ານ. ນອກນີ້ ຍັງໄດ້ທ້ອນໂຮມເຮືອຫາປາປະເພດຕ່າງໆ ຢູ່ 3 ເມືອງ ແຄມແມ່ນ້ຳຂອງ ໄດ້ທັງໝົດ 2.109 ລຳ, ມີສູນກັກກັນ 21 ສູນ ໃນນັ້ນ ເປັນໂຮງແຮມ 5 ແຫ່ງ ແລະ ມີສູນປິ່ນປົວ 1 ແຫ່ງ.

ສາມາດຄຸ້ມຄອງເປົ້າໝາຍເຂົ້າສູ່ສູນກັກກັນ ແຕ່ເດືອນ 1 ປີ 2020 ຫາ ວັນທີ 11 ພຶດສະພາ 2021 ມີທັງໝົດ 5.574 ຄົນ ນຳສົ່ງຕົວຢ່າງໄປວິໄຈຫາເຊື້ອ ໂຄວິດ 19 ມີ 5.527 ຕົວຢ່າງ ປັດຈຸບັນຍັງລໍຖ້າຜົນກວດ 61 ຕົວຢ່່າງ ພົບຜູ້ຕິດເຊື້ອ 3 ກໍລະນີ ເຂົ້າປິ່ນປົວຢູ່ສູນຂອງແຂວງ ແລະ ປິ່ນປົວດີ 1 ກໍລະນີ ຍັງສືບຕໍ່ 2 ກໍລະນີ ແລະ ທັງສອງຄົນແມ່ນມີຮ່າງກາຍ ແລະ ຈິດໃຈຢູ່ໃນສະພາບດີ. ການກະກຽມຄວາມພ້ອມ ແມ່ນໄດ້ສືບຕໍ່ສ້ອມແປງບັນດາສູນກັກກັນ ຢູ່ບັນດາເມືອງ ເພື່ອສາມາດຮັບຮອງໄດ້ ຜູ້ເຂົ້າມາກັກກັນ, ມີສູນປິ່ນປົວ ໂຄວິດ-19 ຈຳນວນ 1 ແຫ່ງ, 12 ຫ້ອງນອນ, ມີຫ້ອງ ICU ຈຳນວນ 2 ຫ້ອງ ສາມາດບັນຈຸໄດ້ 24 ຄົນ ແລະ ມີສູນປິ່ນປົວສຳຮອງ 1 ແຫ່ງ ມີ 30 ຕຽງ ບັນຈຸໄດ້ 70 ຄົນ, ມີເຄື່ອງຊ່ວຍຫາຍໃຈທຽມ 5 ຊຸດ, ບັ້ງອົກຊີແຊນ 70 ບັ້ງ ແລະ ສໍາຮອງແຮ 250 ບັ້ງ.

About admin11