ກອງປະຊູມຊຸກຍູ້ວຽກງານຊາວໜຸ່ມກໍາລັງປ້ອງກັນຄວາມສະຫງົບ 4 ແຂວງພາກກາງ

ກອງປະຊຸມ ຊຸກຍູ້ວຽກງານຊາວໜຸ່ມປະຊາຊົນປະຕິວັດລາວກໍາລັງປ້ອງກັນຄວາມສະຫງົບ ແລະ ເຜີຍແຜ່ບັນດານິຕິກໍາຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນວັນທີ 7 ກຸມພາ 2023 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ, ເປັນປະທານໂດຍ ທ່ານ ພັອ ບຸນຈັນ ອິນພົມມາ ຄະນະເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພັທ ເຄນວອນ ລໍວັນໄຊ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີບັນດາເລຂາ, ຄະນະຮາກຖານຊາວໜຸ່ມ ປກສ ແຂວງໄຊສົມບູນ, ຄໍາມ່ວນ, ສະຫັວນນະເຂດ ແລະ ແຂວງ ບໍລິຄໍາໄຊ, ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ທີ່ປະຊຸມ ບັນດາຄະນະບໍລິຫານງານຊາວໜຸ່ມຮາກຖານ ປກສ ແຂວງ 4 ແຂວງ ໄດ້ພັດປ່ຽນກັນຂຶ້ນລາຍງານການນໍາພາວຽກງານຊາວໜຸ່ມໂດຍຫຍໍ້, ຈາກນັ້ນ ຍັງໄດ້ຜ່ານຂໍ້ຫ້າມຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕໍ່ນາຍ ແລະ ພົນຕຳຫຼວດ, ຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການນຳໃຊ້ສື່ສັງຄົມອອນລາຍ ໃນກຳລັງປ້ອງກັນຄວາມສະຫງົບ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ແລະ ແຈ້ງການແນະນໍາ ການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ ໃນກໍາລັງປ້ອງກັນຄວາມສະຫງົບ ໃນເງື່ອນໄຂໃໝ່ຂອງການປະຕິວັດ, ຕໍ່ໜ້າສະພາບການທີ່ມີສິ່ງທ້າທາຍທົດສອບນາໆປະການ ຕໍ່ກຳລັງປ້ອງກັນຄວາມສະຫງົບ ກໍ່ຄືຊາວໜຸ່ມໃນກຳລັງປ້ອງກັນຄວາມສະຫງົບ ແລະ ເພື່ອກໍານົດຫຼັກການ, ລະບຽບຂໍ້ຫ້າມ ແລະ ມາດຕະການ ຕໍ່ນາຍ ແລະ ພົນຕໍາຫຼວດ ເພື່ອຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ ໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.

ຕອນທ້າຍ ທ່ານ ພັອ ບຸນຈັນ ອິນພົມມາ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍເນັ້ນໜັກຫຼາຍບັນຫາທີ່ສໍາຄັນ, ເຊິ່ງ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະຊາວໜຸ່ມແຕ່ລະແຂວງ ສາມາດຍາດມາໄດ້ໃນ 1 ປີຜ່ານມາ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມແຕ່ລະແຂວງ ເອົາໃຈໃສ່ໃນການປຸກລະດົມສະມາຊິກຊາວໜຸ່ມໃນການຈັດຕັ້ງຜັນຂະຫຍາຍ, ປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ຫ້າມ, ຄຳສັ່ງ ແລະ ນິຕິກຳສຳຄັນຂອງລັດຖະມົນຕີກະຊວງ ປກສ ໃຫ້ປະກົດຜົນເປັນຈິງ ເພື່ອໃຫ້ຊາວໜຸ່ມປະຊາຊົນປະຕິວັດລາວ ກໍາລັງປ້ອງກັນຄວາມສະຫງົບປຽບເໝືອນນົກອິນຊີ ທີ່ບໍ່ຫວັນໄຫວຕໍ່ພາຍຸລົມແດງ ແລະ ປຽບດັ່ງສິນໄຊເເຫ່ງຍຸກສະໄໝ.

About admins14