ກອງປະຊຸມ ແລກປ່ຽນບົດຮຽນວຽກງານອາສາສະໝັກເຢຍລະມັນ

          ວັນທີ 7 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມເບີ 2 ຫ້ອງວ່າການແຂວງບໍລິຄໍາໄຊ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ວຽກງານອາສາສະໝັກເຢຍລະມັນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງຈັນ ພູມິພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິລັດລາວ, ມີເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 4 ແຂວງ (ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ) ພ້ອມດ້ວຍ ທິມງານຈາກສູນກາງຊາວໜຸ່ມ ແຂວງບໍລິຄໍາໄຊ ເຂົ້າຮ່ວມ.

 ສະຫາຍ ພູວົງ ມະນີວົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວວຽກງານ ອາສາສະໝັກເຢຍລະມັນ ໃນໄລຍະຜ່ານມາ ໂດຍເລີ່ມແຕ່ປີ 2009-2010 ເປັນຕົ້ນມາ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຮັບອາສາສະໝັກເຢຍລະມັນ ມາເຄື່ອນໄຫວກິດຈະກໍາ ສອນພາສາອັງກິດໃຫ້ຊາວໜຸ່ມ – ເຍົາວະຊົນ ຢູ່ບັນດາແຂວງ ເຊິ່ງໄດ້ເປັນການຊ່ວຍເຫລືອໃນດ້ານການພັດທະນາຊັບພະຍາກອນມະນຸດ ທາງດ້ານພາສາຕ່າງປະເທດ ທີ່ເຫັນວ່າ ມີຄວາມສຳຄັນ ແລະ ຈຳເປັນຫລາຍ ໃນການສື່ສານດ້ານການພົວພັນຮອບດ້ານໃນເວທີສາກົນ.

ກອງປະຊຸມ ໄດ້ແບ່ງເປັນ 2 ກຸ່ມ ເພື່ອສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການຈັດຕັ້ງປະຕິບັດກິດຈະກໍາຜ່ານມາ ພ້ອມຂຶ້ນລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວກິດຈະກໍາດັ່ງກ່າວຕໍ່ທີ່ປະຊຸມ ເພື່ອຖອດຖອນບົດຮຽນໃນຕໍ່ໜ້າ, ຖ້າການແຜ່ລະບາດພະຍາດໂຄວິດ 19 ເບົາບາງລົງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະສືບຕໍ່ຮັບອາສາສະໝັກເຢຍລະມັນມາເຄື່ອນໄຫວກິດຈະກໍາສອນພາສາອັງກິດ ເພື່ອພັດທະນາຊາວໜຸ່ມ – ເຍົາວະຊົນລາວ ໄດ້ຮຽນຮູ້ພາສາອັງກິດນັບມື້ນັບດີຂຶ້ນເປັນກ້າວໆ.

                                                                              

 

About admin11