ກອງປະຊຸມ ແລກປ່ຽນທອດຖອນບົດຮຽນວຽກງານກໍາມະບານ 7 ຕົວເມືອງ ຂອງແຂວງບໍລິຄໍາໄຊ

ກອງປະຊຸມ ແລກປ່ຽນທອດຖອນບົດຮຽນວຽກງານກໍາມະບານ 7 ຕົວເມືອງ ຂອງແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ 2022 ຢູ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ຫ້ອງວ່າການປົກຄອງເມືອງທ່າພະບາດ  ໂດຍການເປັນປະທານຂອງທ່ານ ແສນຮັກ ແກ້ວມະນີວົງ ປະທານສະຫະພັນກໍາມະບານເມືອງ, ກອງປະຊຸມຍັງໄດ້ເປັນກຽດເຂົ້າຮ່ວມຂອງ ທ່ານ ດໍາລົງ ທັບລາດ ປະທານສະຫະພັນກໍາມະບານແຂວງ ແລະ ທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງທ່າພະບາດ ( ຜູ້ຊີ້ນໍາ ວຽກງານພັກ -ພະນັກງານ ), ມີບັນດາທ່ານປະທານສະຫະພັນກໍາມະບານເມືອງ 6 ຕົວເມືອງ: ເມືອງ ຄໍາເກີດ, ເມືອງ ວຽງທອງ, ເມືອງ ບໍລິຄັນ, ເມືອງ ໄຊຈໍາພອນ, ເມືອງ ປາກກະດິງ ແລະ ເມືອງປາກຊັນ ພ້ອມດ້ວຍຄະນະ ແລະ ສະມາຊິກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງບົດລາຍງານ ສະພາບໂດຍຫຍໍ້ຂອງເມືອງທ່າພະບາດ ແລະ ຜ່ານບົດສະຫຼຸບຫຍໍ້ ໃນການຈັດຕັ້ງປະຕິບັດ ວຽກງານກໍາມະບານໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນການປີ 2022, ນອກນັ້ນ ບັນດາຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄ້ວາປະກອບຄໍາຄິດເຫັນ ຢ່າງກົງໄປກົງມາ ຕໍ່ບົດສະຫຼຸບວຽກງານກໍາມະບານຂອງແຕ່ລະເມືອງ ເພື່ອຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນປັບປຸງ ແລະ ແກ້ໄຂໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາຂອງທ່ານ ດໍາລົງ ທັບລາດ ປະທານສະຫະພັນກໍາມະບານແຂວງ ເຊີ່ງທ່ານໄດ້ເນັ້ນໜັກຫລາຍບັນຫາ ໂດຍສະເພາະແມ່ນ: ເພີ່ມທະວີວຽກງານສຶກສາອົບຮົມການເມືອງ – ແນວຄິດໃຫ້ສະມາຊິກກໍາບານ, ກໍາມະກອນ ແລະ ຜູ້ອອກແຮງງານລາວ ດ້ວຍຫຼາຍຮູບການ, ຫຼາຍລະດັບ, ຫຼາຍວິທີການໃຫ້ສອດຄ່ອງ ກັບແຕ່ລະເປົ້າໝາຍ ເໝາະສົມກັບລະດັບຄວາມຮູ້ ແລະ ເງື່ອນໄຂຕົວຈິງຢູ່ແຕ່ລະຂົງເຂດວຽກງານ, ເອົາໃຈໃສ່ປັບປຸງ, ຂະຫຍາຍສະມາຊິກກໍາມະບານ, ອົງການຈັດຕັ້ງກໍາມະບານ ລົງສູ່ຫົວໜ່ວຍທັງພາກລັດ ແລະ ເອກະຊົນ ໃຫ້ກວ້າງຂວາງ ແລະ ແຂງແຮງກວ່າເກົ່າ.

 

About admin11