ກອງປະຊຸມ ເຜີຍແຜ່ຄະນະກຳມະການສຶກສາອົບຮົມວຽກງານ ປກຊ – ປກສ

   ກອງປະຊຸມ ເຜີຍແຜ່ຄະນະກຳມະການສຶກສາອົບຮົມ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນສູນກາງ ແລະ ເຄື່ອນໄຫວເກັບກຳຂໍ້ມູນຢູ່ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 19 ມັງກອນ 2022 ຢູ່ທີ່ກອງບັນຊາການທະຫານແຂວງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນສີ ກົ່ວມົ່ວ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄະນະກໍາມະການສຶກສາອົບຮົມວຽກງານ ປກຊ – ປກສ ຂັ້ນສູນກາງ, ທ່ານ ຄໍາແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ປະທານຄະນະກໍາມະການສຶກສາອົບຮົມວຽກງານ ປກຊ – ປກສ ຂັ້ນແຂວງ, ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມ.

      ການຈັດຕັ້ງປະຕິບັດ ການຮຽນ – ການສອນ ວິຊາສຶກສາປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ແກ່ນັກຮຽນ – ນັກສຶກສາ ຢູ່ແຂວງບໍລິຄໍາໄຊ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ເຊີ່ງໄດ້ເລີ່ມແຕ່ປີ 2009 ເປັນຕົ້ນມາ ໂດຍໄດ້ຈັດຕັ້ງປະຕິບັດຕາມເນື້ອໃນຫຼັກສູດ ຂອງກະຊວງສຶກາທິການ ແລະ ກິລາວາງອອກ.

        ປະຈຸບັນ ແມ່ນໄດ້ດໍາເນີນການຮຽນ – ການສອນຢ່າງເປັນລະບົບຄົບຖ້ວນ, ມີຈໍານວນໂຮງຮຽນ ມໍສ, ມໍປາຍ, ວິທະຍາໄລທັງພາກລັດ ແລະ ເອກະຊົນ 30 ແຫ່ງ, ມີຈໍານວນນັກຮຽນ ມໍປາຍ ໃນສົກປີຜ່ານມາ 8,648 ຄົນ, ຍິງ 4,417 ຄົນ, ນັກສຶກສາ 576 ຄົນ, ຍິງ 256 ຄົນ.

           ເນື້ອໃນການຮຽນ – ການສອນ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ມໍ5 ມີ 4 ບົດ, ມໍ6 ມີ 5 ບົດ, ມໍ7 ມີ 3 ບົດ, ໂຮງຮຽນເຕັກນິກວິຊາຊີບ, ວິທະຍາໄລ ແລະ ໂຮງຮຽນການເມືອງ – ການປົກຄອງມີ 11 ບົດ.

         ປະເມີນຜົນໄດ້ຮັບ ໃນການຈັດຕັ້ງປະຕິບັດການຮຽນ – ການສອນ, ນັກຮຽນຊັ້ນມັດທະຍົມ ພາກທິດສະດີ  ສະເລ່ຍລວມ 80%, ພາກລະບຽບ  ສະເລ່ຍລວມ 65%, ພາກສິນລະປະຍຸດ   ສະເລ່ຍລວມ 70%, ພາກຍຸດທະວິທີ  ສະເລ່ຍລວມ 60%.

           ນັກສຶກສາທັງພາກລັດ ແລະ ເອກະຊົນ, ພາກທິດສະດີ  ສະເລ່ຍ 85%, ພາກລະບຽບ  ສະເລ່ຍລວມ 75%, ພາກສິນລະປະຍຸດ   ສະເລ່ຍລວມ 70%, ພາກຍຸດທະວິທີ ເກັ່ງ  ຈໍານວນ 17 ຄົນ 2,95%, ຈໍານວນ 163 ຄົນ 28,29%, ຄາດໝາຍ ຈໍານວນ 396 ຄົນ 68,75%.

 

About admins16