ກອງປະຊຸມ ເປີດໂຄງການ ຟື້ນຟູປ່າໄມ້ເຂດພູແຄນ ໂດຍປະຊາຊົນເປັນເຈົ້າ

     ຕອນເຊົ້າຂອງວັນທີ 16 ພະຈິກ 2021 ຢູ່ຫ້ອງການບ້ານນໍ້າຢ້າງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ເປີດໂຄງການຟື້ນຟູປ່າໄມ້ເຂດພູແຄນ ໂດຍປະຊາຊົນເປັນເຈົ້າ ເປັນກຽດເຂົ້າຮ່ວມຂອງ ທ່ານ ຂັນມີໄຊ ມີພິມວົງ ຫົວໜ້າຂະແໜງປ່າໄມ້ແຂວງ, ທ່ານ ໄຊພອນ ວ່າເຊັ້ງວື່ ຮອງຫົວໜ້າຫ້ອງວ່າການເມືອງວຽງທອງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ນາຍບ້ານເປົ້າໝາຍ ເຂົ້າຮ່ວມ.

      ຈຸດປະສົງຂອງໂຄງການ ແມ່ນຟື້ນຟູປ່າໄມ້ທີ່ເຊື່ອມໂຊມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໄສຢູ່ໃນເຂດປ່າປ້ອງກັນພູແຄນ ເຊີ່ງມີ 5 ບ້ານ ຄື: ບ້ານນໍ້າຢ້າງ, ບ້ານທ່າແພ, ບ້ານສົບນາ, ບ້ານໂພນດູ່ ແລະ ບ້ານກົກຂາມ ໂດຍການນໍາໃຊ້ມາດຕະການຟື້ນຟູປ່າໄມ້ ໃນຮູບແບບທີ່ກໍານົດໃນຫຼັກການຟື້ນຟູປ່າໄມ້ແບບທຳມະຊາດ ແລະ ສົ່ງເສີມການສ້າງລາຍຮັບໃຫ້ແກ່ປະຊາຊົນ ໃນຮູບການປົກປັກຮັກສາປ່າໄມ້, ສົ່ງເສີມການປູກໄມ້, ເຄື່ອງປ່າຂອງດົງ ຕິດພັນກັບການປຸງແຕ່ງເປັນຜະລິດຕະພັນຂາຍພາຍໃນ ແລະ ສົ່ງອອກ,.

ກອງປະຊຸມ ໄດ້ຜ່ານບັນດາໜ້າວຽກທີ່ຈະໄດ້ປະຕິບັດ, ແຜນງົບປະມານທີ່ນໍາໃຊ້ເຂົ້າໃນກິດຈະກຳຂອງແຕ່ລະວຽກ,​ ເພື່ອເຮັດໃຫ້ການປະຕິບັດໂຄງການມີປະສິດທິພາບສູງ, ສອດຄ່ອງກັບແຜນຂອງລັດຖະບານ ແລະ ອົງການຮ່ວມມືປ່າໄມ້ອາຊີ.

ໂຄງການນີ້ ໄດ້ຮັບທືນຈາກອົງການຮ່ວມມືປ່າໄມ້ອາຊີ ມີໄລຍະດຳເນີນງານແຕ່ເດືອນກັນຍາ 2021 ຫາ ເດືອນ ສີງຫາ 2026 ຈື່ງຈະສີ້ນສຸດ.​

 

 

About admin11