ກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດແຜນການຄຸ້ມຄອງປ່າປ້ອງກັນແຫຼ່ງນໍ້າ ເຂດອ່າງໂຕ່ງນໍ້າຍ້ວງຕອນໃຕ້ ປະຈໍາປີ 2020

ໃນຕອນບ່າຍຂອງວັນທີ 29 ທັນວາ 2020 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດແຜນການຄຸ້ມຄອງປ່າປ້ອງກັນແຫຼ່ງນໍ້າ ເຂດອ່າງໂຕ່ງນໍ້າຍ້ວງຕອນໃຕ້ ປະຈໍາປີ 2020 ໂດຍການເປັນປະທານຂອງ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ.

ທ່ານ ພູເງິນ ວົງພູທອນ ຫົວໜ້າໂຄງການຄຸ້ມຄອງປ່າປ້ອງກັນແຫຼ່ງນໍ້າເຂດອ່າງໂຕ່ງນໍ້າຍ້ວງຕອນໃຕ້ ຂຶ້ນຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດແຜນການຄຸ້ມຄອງປ່າປ້ອງກັນແຫຼ່ງນໍ້າເຂດອ່າງໂຕ່ງນໍ້າຍ້ວງຕອນໃຕ້ປະຈໍາປີ 2020 ແລະ ທິດທາງແຜນການ 2021 ທ່ານໃຫ້ຮູ້ວ່າ: ປ່າປ້ອງກັນແຫຼ່ງນໍ້າ ເຂດອ່າງໂຕ່ງນໍ້າຍ້ວງຕອນໃຕ້ ແມ່ນປ່າປ້ອງກັນແຫ່ງໜຶ່ງ ທີ່ນອນຢູ່ໃນພື້ນທີ່ປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍ້ວງ, ມີເນື້ອທີ່ທັງໝົດ 54.517 ເຮັກຕ່າ ກວມເອົາ 3 ເມືອງ ຄື: ຄໍາເກີດ, ວຽງທອງ ແລະ ໄຊຈໍາພອນ ມີ 9 ບ້ານອ້ອມຂ້າງ, ປ່າປ້ອງກັນແຫ່ງນີ້ ເປັນຈຸດເຊື່ອມຕໍ່ລະຫວ່າງປ່າສະຫງວນແຫ່ງຊາດນໍ້າກະດິງ ແລະ ປ່າສະຫງວນພູຈອມວອຍ, ການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ໄດ້ສຸມໃສ່ສະເພາະເຂດພື້ນທີ່ໆທາງບໍລິສັດເທີນຫີນບູນ ແລະ ອົງການອະນຸລັກສັດປ່າໄດ້ເຫັນດີເປັນເອກະພາບກັນ ເຊິ່ງມີເນື້ອທີ່ທັງໝົດ 42.119 ເຮັກຕ່າ.

ໃນໄລຍະ 1 ປີຜ່ານມາ ທາງໂຄງການໄດ້ປະສານສົມທົບກັບກອງບັນຊາການທະຫານແຂວງ ໂດຍໄດ້ນໍາໃຊ້ກໍາລັງກອງພັນ 616 ສົມທົບກັບວິຊາການຂອງໂຄງການເປັນທີມພາກສະໜາມ ອອກເຄື່ອນໄຫວລາດຕະເວນຕາມພື້ນທີ່ຕ່າງໆ ໃນຂອບເຂດພື້ນທີ່ຄຸ້ມຄອງຂອງໂຄງການ, ເພື່ອສະກັດກັ້ນ ແລະ ຫຼຸດຜ່ອນໄພຂົ່ມຂູ່ຕ່າງໆ ເປັນຕົ້ນແມ່ນການຖາງປ່າເຮັດໄຮ່, ລັກລອບປູກພືດເສບຕິດ, ໄຟໄໝ້ລາມປ່າ, ລ່າສັດປ່າ ແລະ ອື່ນໆ, ຜ່ານການເຄື່ອນໄຫວດັ່ງກ່າວທີມງານທ່າສາລາເຄື່ອນໄຫວກວດກາລາດຕະເວນໄດ້ທັງໝົດ 203 ວັນ, ໄລຍະທາງເຄື່ອນໄຫວ 981 ກິໂລແມັດ, ທີມແກ້ວແສນຄໍາ ເຄື່ອນໄຫວກວດກາລາດຕະເວນໄດ້ທັງໝົດ 200 ວັນ, ໄລຍະທາງເຄື່ອນໄຫວ 1.045 ກິໂລແມັດ.

ຜົນການເຄື່ອນໄຫວຢູ່ພາກສະໜາມທັງສອງທີມໃນໄລຍະ 1 ປີສາມາດສັງລວມໄດ້ ຄື: ການລ່າສັດ 11 ກໍລະນີ, ການລັກລອບຕັດໄມ້ 2 ກໍລະນີ, ຖາງປ່າເຮັດໄຮ່ 8 ກໍລະນີ 1.466 ເຮັກຕ່າ, ສວນປູກພືດເສບຕິດ 50 ກໍລະນີ 18.902 ເຮັກຕ່າ, ໄຟໄໝ້ລາມປ່າ 8 ກໍລະນີ 7.492 ເຮັກຕ່າ, ພົບເຫັນກັນຊາຊຸກເຊື່ອງໄວ້ 28 ເປົາ ນໍ້າໜັກ 980 ກິໂລ, ຢຶດເຮືອໄດ້ 1 ລໍາ ຈັກ 1 ເຄື່ອງ, ຢຶດປືນໄດ້ 7 ກະບອກ ແລະ ພົບເຫັນຜູ້ລະເມີດທັງໝົດ 46 ຄົນ.

About admin11