ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດ ຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ I

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານການຈັດຕັ້ງປະຕິບັດ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ I ຂອງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2022 ຢູ່ຫ້ອງປະຊຸມ ກອງບັນຊາການ ປກສ ເມືອງ, ໃຫ້ກຽດເປັນປະທານໂດຍ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະກອງບັນຊາການ, ຫົວໜ້າພະແນກ, ຫົວໜ້າ ປກສ ກຸ່ມບ້ານ ພ້ອມດ້ວຍ ຄະນະ ແລະ ພະນັກງານວິຊາສະເພາະ ພະແນກຕໍາຫຼວດ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ I ຢູ່ພາຍໃນເມືອງທ່າພະບາດ ເຊີ່ງເຫັນໄດ້ວ່າ ກອງບັນຊາການ ປກສ ເມືອງ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ໂດຍໄດ້ດໍາເນີນໄປເທື່ອລະບ້ານ ແລະ ໄດ້ສໍາເລັດ 26 ບ້ານ ໃນທົ່ວເມືອງ.

ຂັ້ນຕອນດໍາເນີນໃນບາດກ້າວນີ້ ແມ່ນໄດ້ເນັ້ນໜັກວຽກງານເຜີຍແຜ່ນິຕິກໍາ, ສຶກສາອົບຮົມ, ສ້າງບົດບັນທຶກໃຫ້ຢຸດເຊົາໃນການເສບຢາ, ໂຄສະນາຜົນຮ້າຍຂອງຢາເສບຕິດ ໃຫ້ບັນດາກຸ່ມເປົ້າໝາຍ, ມອບໃຫ້ອໍານາດການປົກຄອງບ້ານ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມການປະພຶດຂອງບັນດາເປົ້າໝາຍທີ່ພົວພັນເຖິງຢາເສບຕິດ.

ນອກນີ້, ຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນ ສຸມໃສ່ຄົ້ນຄ້ວາປຶກສາຫາລື ແລກປ່ຽນຄວາມຄິດເຫັນເຊີ່ງກັນ ແລະ ກັນ ເພື່ອແກ້ໄຂ ສະກັດກັ້ນບັນຫາຢາເສບຕິດ ຢູ່ໃນສັງຄົມເວົ້າລວມ, ເວົ້າສະເພາະຢູ່ພາຍໃນເມືອງທ່າພະບາດ ໃຫ້ຫຼຸດໜ້ອຍຖອຍລົງໄປເທື່ອລະກ້າວ.

About admin11