ກອງປະຊຸມ ສະຫຼຸບຕີລາຄາ ການນໍາ-ຊີ້ນໍາ ກາງສະໄໝ ຂອງກອງປະຊຸມໃຫຍ່ ຜູ້ແທນສະໄໝທີ VI ຂອງອົງຄະນະພັກເມືອງທ່າພະບາດ

ກອງປະຊຸມ ສະຫຼຸບຕີລາຄາການນໍາພາ-ຊີ້ນໍາກາງສະໄໝຂອງກອງປະຊຸມໃຫຍ່ຜູ້ແທນສະໄໝທີ VI ອົງຄະນະພັກເມືອງທ່າພະບາດ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 14 – 16 ພະຈິກ 2022 ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສົດ ແສງອາພອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງທ່າພະບາດ ແລະ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາແຫວນ ປັນຍານຸວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ແຂກຖືກເຊີນຂັ້ນແຂວງ , ຂັ້ນເມືອງ ແລະ ພະນັກງານບໍານານ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ກາງສະໄໝ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IV ແລະ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດເຫັນ ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI, ແລະ ພ້ອມນີ້ຍັງໄດ້ຮັບຮອງເປັນເອກະພາບເອົາທິດທາງແຜນການສູ້ຊົນຂອງເມືອງ (2022-2024).

ໃນໄລຍະ 2 ປີເຄິ່ງຜ່ານມາ ໂດຍລວມແລ້ວ ເມືອງສາມາດຮັກສາໄດ້ຄວາມມີສະຖຽນນະພາບທາງດ້ານການເມືອງໜັກແໜ້ນ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງພື້ນຖານໂຄງລ່າງໄດ້ຮັບການພັດທະນາ ຍ້ອນການເອົາໃຈໃສ່ນໍາພາ-ຊີ້ນໍາທຸກວຽກງານຢ່າງຮອບດ້ານຂອງຄະນະພັກທຸກຂັ້ນ ເຊິ່ງມັນໄດ້ສະແດງອອກເຖິງ ຜົນສຳເລັດໃນບາງດ້ານທີພົ້ນເດັ່ນໃນແຕ່ລະໄລຍະທຽບໃສ່ແຜນການ 5 ປີ (2019-2024) ເປັນຕົ້ນ: ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສໍາເລັດບັນລຸຄາດໝາຍ ການສ້າງບ້ານປ້ອມໜັ້ນສູ້ຮົບ 3 ບ້ານ, ກຸ່ມບ້ານສູ່ຮົບຕິດລຽນ 1 ກຸ່ມ, ດ້ານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 5,6 %ຕໍ່ປີ (ຄາດໝາຍ 5,8%ຕໍ່ປີ) ລວມຍອດຜະລິດຕະພັນປີ 2021 ບັນລຸ 502,45 ຕື້ກີບ ທຽບໃສ່ຄາດໝາຍ 5 ປີປະຕິບັດໄດ້ 85,01%, ໃນນີ້  ພົ້ນເດັ່ນແມ່ນຂະແໜງກະສິກໍາ ບັນລຸ 287,72 ຕື້ກີບ ກວມເອົາ 57,26% ທຽບໃສ່ຄາດໝາຍ (46%) ປະຕິບັດໄດ້ລື່ນຄາດໝາຍ (11,26%), ສໍາເລັດການສ້ອມແປງຊອຍເຂົ້າບ້ານຈໍານວນ 4 ບ້ານ, ສ້າງເສັ້ນທາງປູຢາງ 2 ຊັ້ນເຂົ້າບ້ານນາຄໍາ ມີຄວາມຍາວ 5.416 ແມັດ ມູນຄ່າ 4 ຕື້ 979 ລ້ານ ໂດຍມີການສົມທົບຈາກປະຊາຊົນ ຈໍານວນ 300 ລ້ານກີບ, ອັນພົ້ນເດັ່ນແມ່ນໄດ້ລະດົມທຶນທຸກພາກສ່ວນເຂົ້າໃນການກໍ່ສ້າງທາງເບຕົງເຂົ້າຫາວັດນາຄານິມິດໂພນສັນ ຄວາມຍາວ 2.000 ແມັດ ມູນຄ່າ 1 ຕື້ 289 ລ້ານກີບ, ຕິດຕັ້ງດອກໄຟພະລັງງານແສງຕາເວັນໃນຂອບເຂດເທດສະບານເມືອງ ຈໍານວນ 120 ຊຸດ ມູນຄ່າ 100 ລ້ານກວ່າກີບ ແລະ ໄດ້ລະດົມທຶນໃນທຸກພາກສ່ວນຂອງສັງຄົມເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ 106 ລ້ານກວ່າກີບ, ສາມາດແກ້ໄຂຄອບຄົວບໍ່ທັນພົ້ນທຸກ ດ້ານມາດຖານເຮືອນຢູ່ ໄດ້ 22 ຄອບຄົວ ເທົ່າກັບ 88% ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 103% (ແຜນ 5 ປີ 85%),ປັດຈຸບັນຍັງມີຄອບຄົວບໍ່ທັນພົ້ນທຸກ 3 ຄອບຄົວ ເທົ່າກັບ 0,05% ຂອງຄອບຄົວທັ່ງໝົດ.

About admins16