ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານກວດກາການຄ້າທົ່ວປະເທດ

 

ໃນລະຫວ່າງວັນທີ 28 – 29 ມັງກອນ 2021 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດວຽກງານກວດກາການຄ້າທົ່ວປະເທດໃນໄລຍະ 3 ປີ ແຕ່ປີ 2018-2020 ແລະ ກໍານົດທິດທາງແຜນການປີ 2021 ພາຍໃຕ້ການເປັນປະທານໂດຍ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ, ເຂົ້າຮ່ວມໂດຍ ທ່ານ ເພັດສະໄໝ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ, ມີຮອງກົມ ຫົວໜ້າຂະແໜງ-ຮອງຂະແໜງ ສະພາການຄ້າແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າ 18 ແຂວງທົ່ວປະເທດ ຫົວໜ້າຫ້ອງການ ພະນັກງານການຄ້າແຂວງ-ເມືອງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານວຽກງານກວດກາການຄ້າ ໃນໄລຍະ 3 ປີ ແຕ່ປີ 2018-2020 ແລະ ກໍານົດທິດທາງແຜນການປີ 2021 ໃນຂອບເຂດທົ່ວປະເທດ ຈາກທ່ານ ສູນທອນ ຈັນທິລາດ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານໃຫ້ຮູ້ວ່າ: ໃນສະພາບການປ່ຽນແປງໃໝ່ ຂອງປະເທດທີ່ມີການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຈະເຮັດໃຫ້ການຈະລາຈອນແລກປ່ຽນສິນຄ້າ ນັບມື້ຫຼາຍຂຶ້ນ ແລະ ຫຼາຍຮູບແບບ ໃນນັ້ນ ກໍ່ມີທັງສິນຄ້າທີ່ນໍາເຂົ້າຖືກຕ້ອງ ແລະ ບໍ່ຖືກຕ້ອງ, ມີທັງສິນຄ້າໄດ້ຮັບຄຸນນະພາບ ແລະ ບໍ່ມີຄຸນນະພາບ, ສິນຄ້າປອມ, ຮຽນແບບ, ມີທັງການແຂ່ງຂັນທີ່ເປັນທໍາ ແລະ ບໍ່ເປັນທໍາ ແລະ ອື່ນໆ.

ໃນໄລຍະ 3 ປີຜ່ານມາ ອົງການປະຕິບັດວຽກງານກວດກາການຄ້າໃນຂອບເຂດທົ່ວປະເທດ ລວມທັງສູນກາງ ແລະ ທ້ອງຖິ່ນ ໄດ້ເຄື່ອນໄຫວຕິດຕາມກວດກາການລະເມີດລະບຽບການຄຸ້ມຄອງການຄ້າ, ການຄ້າສິນຄ້ານອກລະບົບ ແລະ ການດໍາເນີນທຸລະກິດທີ່ບໍ່ມີທະບຽນວິສາຫະກິດໄດ້ທັງໝົດ 3.454 ກໍລະນີ, ໃນນັ້ນ ແກ້ໄຂໄດ້ແລ້ວ 3.400 ກໍລະນີ ຄິດເປັນມູນຄ່າ 8.595 ລ້ານກວ່າກີບ, ໃນນີ້ ມູນຄ່າເຄື່ອງ 408 ລ້ານກວ່າກີບ, ມູນຄ່າການປັບໄໝ 5.980 ລ້ານກວ່າກີບ, ມອບເຂົ້າຄັງງົບປະມານລັດ 4.211 ລ້ານກວ່າກີບ ແລະ ສິນຄ້າໝົດອາຍຸ, ລອກຮຽນແບບ, ບໍ່ມີຄຸນນະພາບ, ຢາສູບເຖື່ອນທີ່ໄດ້ທໍາລາຍຖິ້ມເປັນມູນຄ່າ 5.762 ລ້ານກວ່າກີບ.

ນອກນັ້ນ ຍັງໄດ້ສືບຕໍ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຕ້ານ ແລະ ສະກັດກັ້ນການຄ້ານອກລະບົບ ເຊີ່ງສາມາດກັກ, ຢຶດ ບາງປະເພດສິນຄ້າອຸປະໂພກ ແລະ ບໍລິໂພກໄດ້ ເປັນຕົ້ນແມ່ນ ສິນຄ້າບໍລິໂພກໝົດອາຍຸການນໍາໃຊ້, ສິນຄ້າເຊື່ອມຄຸນນະພາບ ແລະ ສິນຄ້າປອມແປງ.

ຈາກນັ້ນ ປະທານກອງປະຊຸມກໍ່ໄດ້ມີຄໍາຖາມເຈາະຈີ້ມ ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

About admin11