ກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ຄຳເກີດ

ໃນຕອນເຊົ້າຂອງວັນທີ 26 ກັນຍາ 2022 ຢູ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ເມືອງຄໍາເກີດ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງ ປະຈຳສົກຮຽນ 2021 – 2022 ໂດຍການເປັນປະທານຂອງທ່ານ ອາຈານ ວຽງພອນ ແສງຈັນທະຜິວ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນປະທານຮ່ວມໂດຍ ທ່ານ ໂພເພັດ ກຸນນາວົງ ຮອງຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ, ມີບັນດາຫົວຫນ້າຫ້ອງການ, ຂະແຫນງການທີ່ກ່ຽວຂ້ອງ ບັນດາອຳນວຍການໂຮງຮຽນທັງພາກລັດ –  ເອກະຊົນທົ່ວເມືອງ ແລະ ຄູ – ອາຈານ ເຂົ້າຮ່ວມ.

ທ່ານ ອຸ່ນໃຈ ທໍາມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນຜ່ານ ຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ປະຈໍາສົກປີ 2021 – 2022 ແລະ ທິດທາງແຜນການສົກປີ 2022-2023 ທ່ານໃຫ້ຮູ້ວ່າ: ຜົນສໍາເລັດການຈັດຕັ້ງປະຕິບັດ 15 ຄາດໝາຍຫຼັກ ສະແດງໃຫ້ເຫັນໄດ້ໃນຈໍານວນ 15 ຄາດໝາຍຫຼັກທີ່ໄດ້ກໍານົດໄວ້ໃນແຜນປະຈໍາສົກປີຮຽນ ແມ່ນມີ 2 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ, ມີ 13 ຄາດໝາຍທີ່ບໍ່ບັນລຸຕາມແຜນ ( 3 ຄາດໝາຍທີ່ມີຄວາມກ້າວໜ້າເມື່ອທຽບໃສ່ສົກຮຽນທີ່ຜ່ານມາ, 8 ຄາດໝາຍທີ່ມີທ່າອ່ຽງທົດຖອຍ ແລະ 2 ຄາດໝາຍທີ່ບໍ່ສາມາດເກັບກໍາຂໍ້ມູນໄດ້; ຂະແໜງການສຶກສາກ່ອນໄວຮຽນ ໃນສົກປີ 2021-2022 ທົ່ວເມືອງມີໂຮງຮຽນອະນຸບານທັງໝົດ 10 ແຫ່ງ ມີນັກຮຽນອະນຸບານທັງໝົດ 910 ຄົນ, ຍິງ 433 ຄົນ (ໃນນີ້ເອກະຊົນ 439 ຄົນ, ຍິງ 190 ຄົນ), ມີຄູລ້ຽງເດັກທັງໝົດ 63 ຄົນ, ຍິງ 63 ຄົນ, ມີນັກຮຽນຫ້ອງກຽມທັງໝົດ 888 ຄົນ, ຍິງ 407 ຄົນ, ມີຄູສອນ 49 ຄົນ, ຍິງ 49 ຄົນ.

ທົ່ວເມືອງມີໂຮງຮຽນປະຖົມ 74 ແຫ່ງ ມີນັກຮຽນແຕ່ ປ1-ປ5 ທັງໝົດ 8.552 ຄົນ, ຍິງ 4.219 ຄົນ ( ໃນນີ້ນັກຮຽນເອກະຊົນ 942 ຄົນ, ຍິງ 408 ຄົນ, ມີຫ້ອງຮຽນທັງໝົດ 318 ຫ້ອງ ໃນນັ້ນ ມີຫ້ອງຮຽນດ່ຽວ 246 ຫ້ອງ (ເອກະຊົນ 20 ຫ້ອງ), ມີຫ້ອງຄວບ 72 ຫ້ອງ ສະເລ່ຍນັກຮຽນ 27 ຄົນ/ຫ້ອງ,ມີຄູສອນທັງໝົດ 382 ຄົນ, ຍິງ 273 ຄົນ.

ມີໂຮງຮຽນມັດທະຍົມຕອນຕົ້ນ 9 ແຫ່ງ ( ໃນນີ້ ມໍຕົ້ນເອກະຊົນ 2 ແຫ່ງ) ມີນັກຮຽນ ມ1-ມ4 ທັງໝົດ 4.539 ຄົນ, ຍິງ 2.206 ຄົນ (ນັກຮຽນເອກະຊົນ 197 ຄົນ, ຍິງ 86 ຄົນ) ມີຫ້ອງຮຽນ 128 ຫ້ອງ, ມີຄູ-ອາຈານສອນສະເພາະມໍຕົ້ນທັງໝົດ 92 ຄົນ, ຍິງ 38 ຄົນ (ເອກະຊົນ 14 ຄົນ, ຍິງ 10 ຄົນ); ທົ່ວເມືອງມີ ມັດທະຍົມສົມບູນທັງໝົດ 7 ແຫ່ງ ມີນັກຮຽນ ມ5-ມ7 ທັງໝົດ 2.237 ຄົນ, ຍິງ 1.120 ຄົນ, ມີຫ້ອງຮຽນ 57 ຫ້ອງ, ມີຄູ-ອາຈານສອນທັງໝົດ226ຄົນ, ຍິງ 111 ຄົນ(ຄູອາສາ 22 ຄົນ, ຍິງ 15 ຄົນ).

ພ້ອມນັ້ນ ແຕ່ລະຂະແໜງການ ກໍ່ໄດ້ຂຶ້ນຕອບຄໍາຖາມເຈາະຈິ້ມ ພ້ອມທັງປະກອບຄໍາຄິດເຫັນຢ່າງກົງໄປກົງມາ ຈາກນັ້ນ ກໍ່ໄດ້ມອບຂອງລາງວັນໃຫ້ແກ່ນັກຮຽນເກັ່ງ ແລະ ຄູສອນດີສອນເກັ່ງລະດັບແຂວງ ແລະ ລະດັບຊາດ ປະຈໍາສົກຮຽນ 2021 – 2022 ຕາງໜ້າມອບໂດຍ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ ຜູ້ຊີ້ນໍາວຽກງານວັດທະນະທໍາ – ສັງຄົມ.

About admins16