ກອງປະຊຸມ ປຶກສາຫາລື ຮ່າງຂໍ້ຕົກລົງການປັບໃຫມ ຜູ້ລະເມີດຕໍ່ລະບຽບການສິ່ງແວດລ້ອມ

ໃນຕອນເຊົ້າຂອງວັນທີ 23 ກັນຍາ 2021 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລື ການປັບໃຫມຜູ້ລະເມີດຕໍ່ລະບຽບການສິ່ງແວດລ້ອມ ໂດຍການເປັນປະທານຂອງທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄໍາເກີດ.

ໃນກອງປະຊຸມ ທ່ານ ບຸນເພັງ ມະຫາວົງ ຮັກສາການຫົວຫນ້າຂະແໜງສິ່ງແວດລ້ອມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ໄດ້ຂຶ້ນຜ່ານຮ່າງຂໍ້ຕົກລົງຂອງເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການປັບໃຫມຜູ້ລະເມີດຕໍ່ລະບຽບການສິ່ງແວດລ້ອມ ເຊິ່ງມີ 7 ໝວດ 33 ມາດຕາ,

ຂໍ້ຕົກລົງສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການ, ມາດຕະການ ແລະ ອັດຕາການປັບໃໝ ເພື່ອເປັນບ່ອນອີງໃຫ່ແກ່ເຈົ້າໜ້າທີ່ຄຸ້ມຄອງວຽກງານສິ່ງແວດລ້ອມ ໃນການປັບໃໝ ແລະ ປະຕິບັດມາດຕະການຕ່າງໆ ຕໍ່ຜູ້ລະເມີດກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຢ່າງເໝາະສົມ, ເຂັ້ມງວດ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວແຂວງ ແນໃສ່ເຮັດໃຫ້ທຸກຄົນໃນສັງຄົມມີສະຕິຕື່ນຕົວເຄົາລົບ, ປະຕິບັດລະບຽບກົດໝາຍ ພ້ອມກັນປົກປັກຮັກສາສິ່ງແວດລ້ອມໃຫ້ມີຄຸນນະພາບດີ, ໄປຕາມທິດຍືນຍົງ ສີຂຽວ ສະອາດ ງາມຕາ ແລະ ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວໃຫ້ຄົບຖ້ວນ ສົມບູນເພື່ອນໍາໄປຜ່ານສະພາປະຊາຊົນແຂວງ ແລະ ປະກາດນໍາໃຊ້ຂໍ້ຕົກລົງສະບັບນີ້ຢ່າງເປັນທາງການ.

About admin11