ກອງປະຊຸມ ປຶກສາຫາລື ການຄຸ້ມຄອງລາຄາ ນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ

ໃນວັນທີ 23 ມິຖຸນາ 2022 ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງ ແລະ ການອະນຸຍາດດຳເນີນກິດຈະການບໍລິການນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ ໂດຍການເປັນປະທານຂອງທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ມີພາກສ່ວນຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ປະກອບການນ້ຳມັນເຊື້້ອໄຟ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພອນມະນີ ອຽນວິໄຊ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ຂື້ນຜ່ານ ບົດລາຍງານການຄຸ້ມຄອງປ້ຳນ້ຳມັນເຊື້ອໄຟຢູ່ພາຍໃນເມືອງ ແລະ ບົດບັນທຶກການແບ່ງຄວາມຮັບຜິດຊອບຂັ້ນຄຸ້ມຄອງວຽກງານຊັບສິນທາງປັນຍາ, ມາດຕະການ ແລະ ວັດແທກ ເລກທີ 1144/ພອຄ, ໄລຍະ 1 ປີ ຜ່ານມາ ມີຜູ້ປະກອບການດໍາເນີນກິດຈະການທຸລະກິດນ້ຳມັນເຊື້ອໄຟ ທັງໝົດ 34 ຫົວໜ່ວຍ, ໃນນັ້ນ ມີປ້ຳນ້ອຍ ( ປ້ຳອິ້ວ ) ຈຳນວນ 33 ຫົວໜ່ວຍ ແລະ ປ້ຳໃຫ່ຍ ຫົວຈ່າຍໄຟຟ້າ 1 ຫົວໜ່ວຍ, ເຂດນ້ຳອ້ອນມີຈຳນວນ 16 ຫົວໜ່ວຍ, ເຂດໂພນສີ ມີ 10 ຫົວໜ່ວຍ,​ ເຂດເມືອງຈຳ ມີ 4 ຫົວໜ່ວຍ, ເຂດນາແຈງ ມີ 4 ຫົວໜ່ວຍ.

ໃນ 6 ເດືອນຕົ້ນປີ 2022 ສາມາດສະໜອງນ້ຳມັນ ແອັດຊັງ ຈຳນວນ 55,941ລິດ, ມູນຄ່າ 824,570,340 ກີບ ທຽບໃສ່ 6 ເດືອນຕົ້ນປີຜ່ານມາ ເພີ່ມຂື້ນ 9,41% ແລະ ນ້ຳມັນກາຊວນ ຈຳນວນ 90,441 ລິດ ທຽບໃສ່ 6 ເດືອນຕົ້ນປີຜ່ານມາ ເພີ່ມຂື້ນ 12,96%.

ຄະນະຮັບຜິດຊອບຂັ້ນເມືອງ, ແຂກຖຶກເຊີນ ກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ປຶກສາຫາລືກ່ຽວກັບການຄຸ້ມຄອງບໍລິການນ້ຳມັນເຊື້ອໄຟປ້ຳໃຫ່ຍ ແລະ ປ້ຳນ້ອຍ (ປ້ຳອິ້ວ) ເພື່ອເອກະພາບ ໃນການກໍານົດລາຄາຂາຍຍ່ອຍ ປ້ຳນ້ອຍ ໃນແຕ່ລະເຂດທົ່ວເມືອງ ເພື່ອບໍ່ໃຫ້ເອົາລັດເອົາປຽບຜູ້ຊົມໃຊ້.

 

About admin11