ກອງປະຊຸມ ປຶກສາຫາລືບັນຫາກ່ຽວກັບການເຂົ້າຫາແຫຼ່ງທຶນອັດຕາດອກເບ້ຍຕໍ່າ

ໃນຕອນເຊົ້າຂອງວັນທີ 04 ມີນາ 2022 ຢູ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມປືກສາຫາລື ບັນຫາກ່ຽວກັບອຸປະສັກສີ່ງກີດຂວາງໃນການເຂົ້າຫາແຫຼ່ງທືນ ໂດຍການເປັນປະທານຂອງທ່ານ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຂະແໜງສົ່ງເສີມ SME ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຂວງ, ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານພົງສະຫວັນ, ທະນາຄານສົ່ງເສີມກະສີກຳ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບການລາຍງານຈາກບັນດາທະນາຄານ ແລະ ຄົ້ນຄວ້າບັນດາຄຳເໜີ ເປັນຕົ້ນແມ່ນ ການເຂົ້າຫາແຫຼ່ງທຶນຈາກທະນາຄານ, ບັນດາຂໍ້ຫຍຸ້ງຍາກທີ່ຍັງເຮັດໃຫ້ບັນດາຫົວໜ່ວຍທຸລະກິດ ຍັງບໍ່ສາມາດເຂົ້າຫາແຫຼ່ງທຶນໄດ້, ການແກ້ໄຂບັນຫາຕໍ່ຄຳສະເໜີຂອງພາກທຸລະກິດ ແລະ ສ້າງແຜນລົງເຄື່ອນໄຫວເຜີຍແຜ່ນິຕິກຳຕ່າງໆ ໃນການເຂົ້າຫາແຫຼ່ງທືນຂອງ 3 ພາກສ່ວນ ຢູ່ບັນດາເມືອງຂອງແຂວງບໍລິຄຳໄຊ.

ທັງນີ້ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າໃຈເງື່ອນໄຂ ແລະ ລະບຽບການຕ່າງໆ ໃນການເຂົ້າຫາແຫຼ່ງທືນ ແລະ ເພື່ອປຸກລະດົມໃຫ້ພາກທຸລະກິດ ປັບປ່ຽນແນວຄິດໃໝ່ໃນການດຳເນີນທຸລະກິດໃຫ້ດີຂື້ນກວ່າເກົ່າ ແລະ ເພື່ອຊອກຫາວິທີໃຫ້ບັນດາທຸລະກິດ ໄດ້ເຂົ້າເຖິງແຫຼ່ງທຶນໃຫ້ຫຼາຍຂຶ້ນ.

About admins16