ກອງປະຊຸມ ປຶກສາຫາລືກ່ຽວກັບການລົງເຄືອນໄຫວ ຜັນຂະຫຍາຍວາລະແຫ່ງຊາດ ພາກທີ 1

        ໃນວັນທີ 1 ພະຈິກ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງແຂວງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການລົງເຜີຍແຜ່ຜັນຂະຫຍາຍວະລາແຫ່ງຊາດ ພາກທີ່ 1 ແລະ ຜ່ານຂໍ້ຕົກລົງຂອງຄະນະຮັບຜິດຊອບ ໂດຍການເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມ.

      ແຂວງບໍລິຄຳໄຊ ເປັນແຂວງໜຶ່ງ ທີ່ກຳລັງປະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ຊຶ່ງໄດ້ແຜ່ລະບາດຮ້າຍແຮງ ນັບແຕ່ຕົວເມືອງໃຫຍ່ຈົນເຂດຊົນນະບົດຫ່າງໄກສອກຫຼີກ, ເຂົ້າເຖິງທຸກເພດໄວ ທຸກຊັ້ນຄົນໃນສັງຄົມ. ການຈັດຕັ້ງຜັນຂະຫຍາຍ ກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ແລະ ຮັບປະກັນຄຸນນະພາບ ຕ້ອງຢຶດໝັ້ນຕາມຫຼັກການນຳພາຂອງພັກ, ສຸມໃສ່ 3 ຫຼັກການຕົ້ນຕໍທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດ ເປັນຕົ້ນ: ເດັດຂາດ, ໂປ່ງໃສ, ເປັນມືອາຊີບ.

 

       ພ້ອມນີ້ ຕ້ອງຢຶດໝັ້ນ 3 ມາດຕະການຕົ້ນຕໍ ຄື: ມາດຕະການສຶກສາອົບຮົມ, ມາດຕະການບໍລິຫານ ແລະ ມາດຕະການທາງດ້ານກົດໝາຍ. ພ້ອມນີ້ ຕ້ອງໄດ້ໂຄສະເຜີຍແຜ່ກົດໝາຍ, ມະຕິຄຳສັ່ງ, ນິຕິກຳ ແລະ ຜົນຮ້າຍຂອງຢາເສບຕິດ ຢູ່ບັນດາສຳນັກງານ, ອົງການ, ສະຖາບັນການສຶກສາ, ສະຖາບັນຄອບຄົວ ແລະ ກຸ່ມເປົ້າໝາຍທີ່ພົວພັນກັບຢາເສບຕິດ ຜ່ານທາງວິທະຍຸ, ວາລະສາສນ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍຕ່າງໆ, ຂຶ້ນບັນຊີເກັບກຳກຸ່ມເປົ້າໝາຍຜູ້ປູກ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ເສບ ໃຫ້ລະອຽດຊັດເຈນ, ປັບປຸງພື້ນຖານໂຄງລ່າງຂອງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດໃຫ້ໄດ້ມາດຕະຖານ ແລະ ຮັບປະກັນຄວາມສະຫງົບປອດໄພທາງດ້ານຊີວິດ ແລະ ຊັບສິນ.

         ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງແຜນງານດັ່ງກ່າວ ເປັນຕົ້ນແມ່ນການສຶກສາອົບຮົມໃຫ້ຜູ້ເສບ, ຜູ້ຊື້-ຂາຍ ຢາເສບຕິດ, ການສະໜອງຂໍ້ມູນຈາກບັນດາເມືອງ, ບ້ານ ທີ່ມີກຸ່ມເປົ້າໝາຍ, ຕະຫຼອດຮອດການປະຕິບັດຕໍ່ຜູ້ກທຳຜິດ ມາລົງໂທດຕາມກົດໝາຍທີ່ໄດ້ກຳນົດໄວ້.

About admins16