ກອງປະຊຸມ ປຶກສາຫາລືກ່ຽວກັບປະຊາຊົນຍົກຍ້າຍເຂົ້າມາບໍ່ຖືກຕ້ອງຕາມລະບຽບກົດໝາຍ

ໃນວັນທີ 10 ກັນຍາ 2021 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ປືກສາຫາລືກ່ຽວກັບປະຊາຊົນທີ່ຍົກຍ້າຍເຂົ້າມາຢູ່ ບ້ານ ມີໄຊ ເມືອງ ວຽງທອງ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍການເປັນປະທານ ຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ວຽກກໍ່ສ້າງ ຮາກຖານການເມືອງຂັ້ນແຂວງ, ມີ ຕ່າງໜ້າກະຊວງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຈົ້າເມືອງ ວຽງທອງ, ບັນດາຄະນະປະຈຳພັກເມືອງ, ກໍາມະການພັກເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງຈາກແຂວງ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງ ວຽງທອງ ໄດ້ລາຍງານກ່ຽວກັບປະຊາຊົນ ແຂວງ ຫົວພັນ ທີ່ຍ້າຍມາຢູ່ບ້ານ ມີໄຊ ເມືອງ ວຽງທອງ ທີ່ບໍ່ຖືກຕ້ອງຕາມລະບຽບການຈຳນວນ 12 ຄອບຄົວ, ໃນເບື້ອງຕົ້ນ ທາງເມືອງໄດ້ລົງເກັບກໍາຂໍ້ມູນ ແລ້ວລາຍງານແຂວງພ້ອມທັງສ້າງບົດບັນທຶກແລ້ວນໍາສົ່ງກັບຄືນບ້ານເດີມໃນວັນທີ 9 ທັນວາ 2019.

ຈາກນັ້ນ ໄດ້ມີ 9 ຄອບຄົວຈຳນວນ ພົນ 68 ຄົນ ຍີງ 32 ຄົນ ໄດ້ກັບຄືນມາຢູ່ ບ້ານ ມີໄຊ ອີກ ອ້າງເຫດຜົນວ່າ ມາເກັບກູ້ມັນຕົ້ນ, ຄະນະຮັບຜິດຊອບຂອງເມືອງໄດ້ເຮັດບົດບັນທຶກກັບ 9 ຄອບຄົວ ພາຍຫຼັງເກັບກູ້ມັນຕົ້ນແລ້ວ ໃຫ້ກັບຄືນ ແຕ່ເຂົາເຈົ້າຕອບວ່າບໍ່ກັບ ລໍຖ້າຄຳຕອບຈາກຂັ້ນເທີງ.

ດັ່ງນັ້ນ, ຈີ່ງໄດ້ມີກອງປະຊຸມຄົ້ນຄວ້າປືກສາຫາລືຊອກວິທີທາງອອກໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດ, ຄຳເຫັນຢ່າງພາວະວິໃສເພື່ອຄວາມເປັນເອກະພາບກັນ.

ຫຼັງຈາກນັ້ນ ກໍ່ໄດ້ພ້ອມກັນເດີນທາງໄປພົບປະ, ຢ່ຽມຢາມພໍ່ ແມ່ປະຊາຊົນຜູ້ທີຍົກຍ້າຍມາຢູ່ ບ້ານ ມີໄຊ ຈຳນວນ 9 ຄົວຄົວ.

About admin11