ກອງປະຊຸມ ປະເມີນຜົນຫຼັກສູດການຝຶກອົບຮົມວຽກງານໄອຍະການ

ຕອນເຊົ້າວັນທີ 23 ກຸມພາ 2022 ທີ່ຫ້ອງປະຊຸມຫ້ອງການໄອຍະການ ປະຊາຊົນເຂດ 1 ແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມ ປະເມີນຜົນຫຼັກສູດການຝຶກອົບຮົມວຽກງານໄອຍະການ ແລະ ເກັບກໍາຂໍ້ມູນ ຄວາມຮຽກຮ້ອງຕ້ອງການໃນການຍົກລະດັບຂີດຄວາມສາມາດ ຂອງພະນັກງານໃນຂົງເຂດອົງການໄອຍະການປະຊາຊົນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ພອນເພັດ ອຸ່ນແກ້ວ ຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນສູງສຸດ.

          ທ່ານ ນາງ ຈັນເພັງ ແສນຈັນດາ ຮອງຫົວໜ້າອົງການໄອຍະການປະຊາຊົນ ແຂວງ ບໍລິຄໍາໄຊ ໄດ້ຂື້ນຜ່ານບົດລາຍງານກ່ຽວກັບສະພາບຈຸດພິເສດຂອງອົງການໄອຍະການປະຊາຊົນແຂວງ ບໍລິຄໍາໄຊ.

ປະກອບມີອົງການໄອຍະການເຂດ 1 ທີ່ຕັ້ງຢູ່ເມືອງ ປາກຊັນ ມີ 4 ຕົວເມືອງຂື້ນກັບຄື: ເມືອງ ປາກຊັນ, ບໍລິຄັນ, ທ່າພະບາດ ແລະ ປາກກະດິງ, ອົງການໄອຍະການເຂດ 2 ຕັ້ງຢູ່ເມືອງ ຄໍາເກີດ ມີ 03 ຕົວເມືອງຂື້ນກັບ ຄື: ເມືອງ ຄໍາເກີດ, ເມືອງ ວຽງທອງ ແລະ ເມືອງ ໄຊຈໍາພອນ.

ດ້ານວຽກງານພັດທະນາບຸກຄະລາກອນ ໄດ້ມີການເຕີບໃຫ່ຍຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ, ເຊິ່ງການພັດທະນາບຸກຄະລາກອນ ແມ່ນໄດ້ເອົາໃຈໃສ່ຢ່າງເປັນລະບົບຕໍ່ເນື່ອງ ເປັນຕົ້ນແມ່ນ ໄດ້ສົ່ງພະນັກງານໄປຝຶກອົບຮົມວຽກງານໄອຍະການຢູ່ພາຍໃນ ແລະ ຕ່າງປະເທດເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ຄຽງຄູກັບການປັບປຸງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ສະແດງອອກປະຈຸບັນມີພະນັກງານໄອຍະການ ແລະ ຜູ້ຊ່ວຍ 35 ສະຫາຍ, ກວມ 50,72% ຂອງຈໍານວນພະນັກງານທັງໝົດ.

ທິດທາງໃນຕໍ່ໜ້າ ຈະສ້າງແຜນເພື່ອສົ່ງພະນັກງານໄປຝຶກອົບຮົມທິດສະດີການເມືອງ-ການປົກຄອງ ແລະ ຝຶກອົບຮົມວຽກງານໄອຍະການຢູ່ພາຍໃນ ແລະ ຕ່າງປະເທດໃຫ້ມີຈໍານວນເພີ່ມຂື້ນ, ພ້ອມນັ້ນ ຍັງໄດ້ສະເໜີຝຶກອົບຮົມວຽກງານກວດກາ, ການແຕ່ງເອກະສານກ່ຽວກັບການຂຽນຄໍາຖະແຫຼງ ແລະ ວິທີເຂົ້າຮ່ວມປະຊຸມສານ.

ທີ່ປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ພັດປ່ຽນກັນປະກອບຄໍາເຫັນເພື່ອຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຈາກນັ້ນ ຄະນະຮັບຜິດຊອບປະເມີນຜົນຫຼັກສູດການຝຶກອົບຮົມວຽກງານໄອຍະການ ກໍ່ໄດ້ແຈກຍາຍຮ່າງຕາຕະລາງປະເມີນຜົນ ພ້ອມທັງແນະນໍາວິທີການປະເມີນຜົນ ເພື່ອໃຫ້ມີຄວາມລະອຽດຊັດເຈນ, ຖືກຕ້ອງ, ພາວະວິໄສ.

          ທ່ານ ນາງ ພອນເພັດ ອຸ່ນແກ້ວ ໄດ້ມີຄໍາເຫັນໂອ້ລົມ ຊີ້ນຳວ່າ: ພະນັກງານໄອຍະການທຸກສະຫາຍ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ວຽກງານດ້ານການພັດທະນາບຸກຄະລາກອນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ພ້ອມກັນຄົ້ນຄ້ວາຮໍ່າຮຽນຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີ, ວິຊາສະເພາະໃຫ້ສູງຂື້ນ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານຢ່າງຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

 

 

About admin11