ກອງປະຊຸມ ທົບທວນກ່ຽວກັບການເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ປູກຈິດສຳນຶກ ໃຫ້ກັບທີມງານໂຄສະນາຂັ້ນເມືອງ

ຕອນເຊົ້າຂອງວັນທີ 4 ສິງຫາ 2022 ຢູ່ຫ້ອງປະຊຸມຄະນະປະຈໍາພັກເມືອງ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມທົບທວນກ່ຽວກັບການເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ປູກຈິດສຳນຶກ ໃຫ້ກັບທີມງານໂຄສະນາຂັ້ນເມືອງ ໂດຍເປັນປະທານຂອງທ່ານ ສີທັດ ພິມມະຈັນ ຮອງຫົວຫນ້າກອງອຸທິຍານແຫ່ງຊາດນາກາຍ – ນ້ຳເທີນ, ມີຫົວຫນ້າກອງເລຂາຂັ້ນເມືອງ ຜູ້ປະສານງານໂຄງການ ພ້ອມດ້ວຍຄະນະກໍາມະການເຄື່ອນໄຫວເຜີຍແຜ່ໂຄສະນາປູກຈິດສຳນຶກຂັ້ນເມືອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເຄື່ອນໄຫວໂຄສະນາປູກຈິດສໍານຶກວຽກງານການຄຸ້ມຄອງອຸທິຍານແຫ່ງຊາດນາກາຍ – ນໍ້າເທີນ, ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮ່ວມກັນປຶກສາຫາລື ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ ປູກຈິດສໍານຶກຢູ່ພາຍໃນເມືອງຄໍາເກີດ, ຄັດເລືອກບ້ານເປົ້າໝາຍ ແລະ ວາງແຜນກິດຈະກໍາທີ່ຈະດໍາເນີນ ແບ່ງໜ້າທີ່ຮັບຜິດຊອບ, ສັງລວມຂໍ້ມູນ ເພື່ອຄວາມເປັນເອກະພາບ ແລະ ພ້ອມກັນປະກອບຄໍ່ຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ການປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

About admins16