ກອງປະຊຸມ ຖອດຖອນບົດຮຽນ ວຽກງານກຳມະບານ 7 ເມືອງ ຂອງແຂວງບໍລິຄຳໄຊ

 

ໃນຕອນເຊົ້າຂອງວັນທີ 16 ມີນາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນສອງ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນວຽກງານກຳມະບານ 7 ເມືອງ ໂດຍການເປັນປະທານຂອງ ທ່ານ ນາງ ອຸໄລວັນ ຈີນດາວົງ ປະທານສະຫະພັນກຳມະບານເມືອງໄຊຈຳພອນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງ ແລະ ທ່ານ ບຸນພອນ ເລີດບຸດດີ ປະທານແນວລາວສ້າງຊາດເມືອງ.

ໄລຍະ 01ປີ ຜ່ານມາ ເຖີງວ່າບັນຫາພາກພື້ນ ແລະ ສາກົນ ມີການຜັນແປ່ໄປຢ່າງສັບສົນຫລາຍປະການ ທີ່ມີຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດຂອງໂລກ ກໍ່ຄືຂອງປະເທດຊາດເຮົາ ເປັນຕົ້ນແມ່ນ ການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ພະຍາດຕາມລະດູຕ່າງໆ, ສະຫະພັນກໍາມະບານແຕລະເມືອງ ຍາມໃດກໍ່ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມບົດບາດຂອງອົງການຈັດຕັ້ງກຳມະບານ ໂດຍສະເພາະແມ່ນການເຄື່ອນໄຫວປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ຢູ່ບັນດາຫົວໜ່ວຍທຸລະກິດຕ່າງໆ ດ້ວຍບາດກ້າວບຸກທະລຸທັງ 4ດ້ານ ຊຶ່ງເຮັດໃຫ້ມີຜົນສຳເລັດຢ່າງຈົບງາມ.

ສະຫະພັນກຳມະບານແຕ່ລະເມືອງ ໄດ້ມີຄຳຄິດຄຳເຫັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫລາຍໆດ້ານ ຄື: ເມືອງ ຄຳເກີດ ປະກອບຄຳຄິດຄຳເຫັນ ການຈັດຕັ້ງປະຕິບັດວຽກງານກອງທືນ, ເມືອງ ປາກຊັນ ປະກອບຄຳເຫັນການຈັດຕັ້ງປະຕິບັດວຽກງານຂະບວນການ 5 ເປັນເຈົ້າ, ເມືອງບໍລິຄັນ ປະກອບຄຳເຫັນການຈັດຕັ້ງປະຕິບັດວຽກງານແຮງງານກຳມະກອນ ແລະ ວຽກງານແຮງງານ, ເມືອງ ທ່າພະບາດ ປະກອບຄຳເຫັນການຈັດຕັ້ງປະຕິບັດວຽກງານສື່ມວນຊົນ, ເມືອງ ປາກກະດິງ ປະກອບຄຳເຫັນການຈັດຕັ້ງປະຕິບັດວຽກງານປົກປ້ອງແຮງງານ ແລະ ເມືອງວຽງທອງ ປະກອບຄຳເຫັນການຈັດຕັ້ງປະຕິບັດວຽກງານຂະຫຍາຍສະມາຊິກກຳມະບານ.

ຕອນທ້າຍກອງປະຊຸມ ກໍ່ໄດ້ຮັບຟັງການໂອ້ລົມຈາກ ທ່ານ ດໍາລົງ ທັບລາດ ປະທານສະຫະພັນກຳມະບານແຂວງ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນແມ່ນວຽກງານໂຄສະນາ – ສື່ສານມວນຊົນຂອງແຕ່ລະເມືອງ ຈາກນັ້ນ ທ່ານໄດ້ເນັ້ນໜັກ ວຽກງານຂະບວນການ 5 ຂໍ້ແຂ່ງຂັນ ໃຫ້ສະຫະພັນກຳມະບານ ທັງ 7 ຕົວເມືອງ ລົງເຄື່ອນໄຫວຊຸກຍູ້ ເພື່ອເປັນການຍົກສູງວຽກງານກຳມະບານ.

ຈາກນັ້ນ ເມືອງໄຊຈຳພອນຍັງໄດ້ມອບຂອງຂວັນທີ່ລະນຶກ ໃຫ້ສະຫະພັນກຳມະບານ 6 ເມືອງ ແລະ ແຂວງ ພ້ອມນັ້ນຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ ທີມງານສະຫະພັນກຳມະບານແຂວງ ທີ່ໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ ແລະ ອຸປະກອນກິລານຳມາຊ່ວຍເຫຼືອ ມອບໃຫ້ແກ່ ບ້ານພຽງດີ, ໂຮງຮຽນບ້ານພຽງ, ບ້ານໂພນສີ ແລະ ໂຮງຮຽນປະຖົມໂພນສີ, ເຄື່ອງທີ່ນຳມາຄັ້ງນີ້ ແມ່ນລະດົມຈາກກຳມະບານຮາກຖານແຂວງບໍລິຄຳໄຊ ລວມມູນຄ່າ 16,590,000ກີບ.

 

About admin11