ກອງປະຊຸມ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປີ 2022 ຂອງຂະແໜງການເງິນ

ກອງປະຊຸມ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປີ 2022 ຂອງຂະແໜງການເງິນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ ວັນທີ 18 ກຸມພາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍການເປັນຮ່ວມຂອງທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານຫົວໜ້າ – ຮອງຫົວໜ້າກົມ, ພະແນກການຂອງກົມ ແລະ ວິຊາການຈາກກະຊວງການເງິນ, ພະນັກງານຫຼັກແຫຼ່ງໃນຂະແໜງການເງິນແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ວ່າ: ດ້ານລາຍຮັບ ສາມາດປະຕິບັດໄດ້ທັງໝົດ 556,71 ຕື້ກີບ ເທົ່າ 61,84% ຂອງແຜນການປີ, ໃນນີ້ ພູດສຸນກາງ 354,33 ຕື້ກີບ ເທົ່າ 50,60% ຂອງແຜນການປີ, ລາຍຮັບພາສີ ປະຕິບັດໄດ້ 347,54 ຕື້ກີບ ເທົ່າກັບ 49,65% ຂອງແຜນການປີ, ລາຍຮັບຄຸ້ມຄອງວິສາຫະກິດ ປະຕິບັດໄດ້ 0,35 ຕື້ກີບ ເທົ່າກັບ 111,47% ຂອງແຜນການປີ, ລາຍຮັບຂາຍໄມ້ ປະຕິບັດໄດ້ 6,42 ຕື້ກີບ, ລາຍຮັບພູດທ້ອງຖິ່ນ ໄດ້ 202,38 ຕື້ກີບ ເທົ່າ 101,21% ຂອງແຜນການປີ ໃນນີ້ ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 171,51 ຕື້ກີບ ເທົ່າກັບ 88,53 % ຂອງແຜນການປີ, ລາຍຮັບຄຸ້ມຄອງຊັບສິນຂອງລັດ ປະຕິບັດໄດ້ 30,78 ຕື້ກີບ ເທົ່າກັບ 494,10% ຂອງແຜນການປີ, ລາຍຮັບຄຸ້ມຄອງວິສາຫະກິດ ປະຕິບັດໄດ້ 0,08 ຕື້ກີບ.

ຈາກນັ້ນ ທ່ານຮອງເຈົ້າແຂວງຍັງໄດ້ມີຄຳເຫັນຕໍ່ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ 2 ບັນຫາໃຫຍ່ ຄື: ບັນຫາກ່ຽວກັບການຈັດຕັ້ງປະຕິບັດແຜນຜັນຂະຫຍາຍວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ເຊິ່ງໄດ້ກຳນົດຄາດໝາຍໃຫຍ່ຂອງແຂວງ 4 ແຜນວຽກວຽກຈຸດສຸມ, 18 ທິດທາງ, 14 ມາດຕະການແກ້ໄຂ ແລະ 83 ຄາດໝາຍວຽກລະອຽດ ແລະ ບັນຫາທີ່ 2 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີ 2022.

ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ວຽກສຶກສາອົບຮົມການເມືອງ – ແນວຄິດ ໃຫ້ພະນັກງານໃນຂະແໜງການຕົນໃຫ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ຮັບຮູ້-ເຂົ້າໃຈສະພາບເງື່ອນໄຂຕ່າງໆ, ເພີ່ມຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈຳປີ 2022 ໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

About admins16