ກອງປະຊຸມ ຄົບຄະນະບໍລິຫານງານ ສະຫະພັນກຳມະບານ ເມືອງຄໍາເກີດ

 ໃນວັນທີ 12 ພຶດສະພາ 2022 ຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນກໍາມະບານເມືອງຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ຄໍາມະນີ ພາວິໄລ ປະທານສະຫະພັນກໍາມະບານເມືອງ, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ດໍາລົງ ທັບລາດ ປະທານສະຫະພັນກໍາມະບານແຂວງ ແລະ ທ່ານ ຄໍາຫມັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາວຽກອົງການຈັດຕັ້ງມະຫາຊົນ, ມີຄະນະບໍລິຫານງານສະຫະພັນກໍາມະບານ ແລະ ຄະນະຮາກຖານແຕ່ລະຮາກຖານ ເຂົ້າຮ່ວມ

ກອງປະຊຸມ ໄດ້ຮັບຟັງບົດສະຫຼຸບ ໃນໄລຍະຫນຶ່ງປີຜ່ານມາ ວ່າ: ອົງການຈັດຕັ້ງສະຫະພັນກໍາມະບານແຕ່ລະໜ່ວຍຮາກຖານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ – ຊາວຜູ້ອອກແຮງງານ ດ້ວຍການເຊື່ອມຊຶມແນວທາງຂອງພັກ, ກົດຫມາຍກໍາມະບານລາວ, ກົດຫມາຍແຮງານ, ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ມະຕິອື່ນໆ ເຮັດໃຫ້ສະມາຊິກກໍາມະບານ, ກໍາມະກອນ – ຊາວຜູ້ອອກແຮງງານ ມີຄວາມເຊື່ອຫມັ້ນຕໍ່ການຊີ້ນໍາ – ນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ.

ໄດ້ປັບປຸງການຈັດຕັ້ງ ໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງຂຶ້ນ, ທົ່ວເມືອງມີກໍາມະບານຮາກຖານ 47 ຮາກຖານ, ມີສະມາຊິກທັງຫມົດ 1,371 ສະຫາຍ, ຍິງ 690 ສະຫາຍ, ຮາກຖານອ້ອມຂ້າງມີ 17 ຮາກຖານ.

1 ປີຜ່ານມາ ໄດ້ຮັບເງິນບໍາລຸງທັງຫມົດ 30.857.600 ກີບ ເທົ່ກັບ 100%, ສົ່ງໃຫ້ແຂວງ 40% ຈໍານວນ 12.343.040 ກີບ ແລະ ເງິນກອງທຶນທັງຫມົດ 93.485.000 ກີບ ເທົ່າກັບ 100%, ປະຕິບັດນະໂຍບາຍໃຫ້ສະມາຊິກກອງທຶນ ຈໍານວນ 85.581.500 ກີບ.

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງສູນກາງສະຫະພັນກາມະບານລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນກໍາມບານຂັ້ນແຂວງ ແລະ ຂັ້ນເມືອງ, ຄະນະບໍລິຫານງານສະຫະພັນກໍາມະບານເມືອງ ຈະໄດ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ – ຊາວຜູ້ອອກແຮງງານ ໃຫ້ມີຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກ, ຕັ້ງຫນ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານໃຫ້ຫຼາຍຂຶ້ນ, ຍົກສູງຄວາມຮັບຜິດຊອບ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ, ສ້າງນ້ຳໃຈຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຖັນແຖວພະນັກງານ – ລັດຖະກອນ, ກໍາມະກອນ – ຊາວຜູ້ອອກແຮງງານ ໃຫ້ເປັນເຈົ້າການຕົນເອງເທື່ອລະກ້າວ.

ຕອນທ້າຍກອງປະຊຸມ ໄດ້ມອບໃບຍ້ອງຍໍ ຈໍານວນ 7 ໃບ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານສະຫະພັນກໍາມະບານ, ມອບໂດຍທ່ານ ຄໍາຫມັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ.

 

About admin11