ກອງປະຊຸມ ຄົບຄະນະກໍາມະການແນວລາວສ້າງຊາດ ເມືອງວຽງທອງຄັ້ງທີ 1 ສະໄໝທີ 7

  

ໃນວັນທີ 17 ມີນາ 2021 ຫ້ອງການແນວລາວສ້າງຊາດເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຄົບຄະນະກໍາມະການແນວລາວສ້າງຊາດເມືອງ ຄັ້ງທີ 1 ສະໄໝທີ 7 ຂຶ້ນ ຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງວຽງທອງ ພາຍໃຕ້ການເປັນປະທານຂອງ ທ່ານ ວັນຄໍາ ເພັດໄຊຍະວົງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຄະນະກໍາມະການແນວລາວສ້າງຊາດເມືອງ ແລະ ແຂກຖືກເຊິນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ເຊື່ອມຊືມເນື້ອໃນເອກະສານ ຈາກນັ້ນ ກໍ່ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຂອງອົງການແນວລາວສ້າງຊາດເມືອງໄລຍະ 1 ປີຜ່ານມາ ເຊີ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາ ທີ່ມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນຊອກຫາວິທີແກ້ໄຂ.

ຜ່ານມາສາມາດເກັບກໍາຂໍ້ມູນກ່ຽວກັບການເຊືື່ອຖືສາສະໜາ ມີຄື: ຜູ້ເຊື່ອຖືສາສະໜາພຸດ 18,143 ຄົນ, ຍິງ 9,272 ຄົນ, ສາສະໜາເຢຊູ ຈໍານວນ 2,142 ຄົນ, ຍິງ 1,044 ຄົນ ແລະ ເຊື່ອຖືບັນພະບູລຸດ ( ຜີພໍ່-ຜີແມ່) 11,750 ຄົນ, ຍິງ 5,318 ຄົນ, ມີວັດທັງໝົດ 11 ວັດ, ວັດຮ້າງ 5 ວັດ, ວັດຄູບາ 6 ວັດ, ມີພະສົງສໍາມະເນນ 40 ອົງ, ໃນນັ້ນ ມີພະສົງ 15 ອົງ ແລະ ວຽກງານອື່ນໆກໍ່ໄດ້ເຄື່ອນໄຫວເປັນປົກຕິ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄໍາມອນ ໄຊພົມມີ ຍັງໄດ້ໃຫ້ຄໍາເຫັນຊີ້ນໍາ ໂດຍໄດ້ຮຽກຮ້ອງໃຫ້ສືບຕໍ່ສຶກສາອົບຮົມແນວຄິດການເມືອງ ໃຫ້ປະຊາຊົນເປັນຢ່າງດີ, ສ້າງຄວາມເປັນແບບຢ່າງໃຫ້ຄົນລຸ່ນໜຸ່ມ, ຕັ້ງໜ້າປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ.

About admin11