ກອງປະຊຸມ ຄະນະພັກຮາກຖານ ຫ້ອງສັນຕິບານ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 3 ສະໄໝທີ 3

 

ກອງປະຊຸມ ຄະນະພັກຮາກຖານ ຫ້ອງສັນຕິບານ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 3 ສະໄໝທີ 3 ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 24 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງ, ໂດຍການເປັນປະທານ ຂອງສະຫາຍ ພັທ ສຸກສະຫວັນ ບຸບຜາພັນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ພັນໂທ ຜາຂົງ ດອກມະນີຈັນ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະຫ້ອງ, ແຂກຖືກເຊີນ ຕະຫຼອດຮອດສະມາຊິກພັກ ສົມບູນ-ສໍາຮອງ ເຂົ້າຮ່ວມ.

 ສະຫາຍ ພັນໂທ ບົວລອນ ສຸວັນນະລາ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງສັນຕິບານ ໄດ້ຜ່ານບົດສະຫຼຸບ ຜົນຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄະນະພັກຮາກຖານຫ້ອງສັນຕິບານ ຄັ້ງທີ 2 ສະໄໝ 3 ປະຈໍາໄຕມາດ 4, ທິດທາງແຜນການ ປະຈໍາໄຕມາດ 1 ປີ 2021 ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ເຊີ່ງຄະນະພັກໄດ້ເອົາໃຈໃສ່ເຮັດວຽກງານສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ດ້ວຍຫຼາຍຮູບ, ຫຼາຍສີ ແລະ ຫຼາຍວິທີການ ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທໍາປະຕິວັດ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ.

ຄະນະພັກ ໄດ້ຖືກເອົາວຽກງານກໍ່ສ້າງພັກ-ພະນັກງານ ເປັນບັນຫາສໍາຄັນ ໂດຍອີງໃສ່ 5 ຫຼັການ ແລະ 3 ທິດນໍາ ຂອງພັກ, ໄລຍະ 3 ເດືອນຜ່ານມາ ສາມາດຂະຫຍາຍມະຫາຊົນຜູຸ້ກ້າວໜ້າເຂົ້າຮຽນສະໜັບສະໜູນ ໄດ້ 5 ສະຫາຍ, ຍິງ 03 ສະຫາຍ, ເຂົ້າຮຽນກົດລະບຽບພັກ 08 ສະຫາຍ, ຍິງ 02 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂື້ນສົມບູນ 04 ສະຫາຍ, ສະເໜີຍ້ອງຍໍ ໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານ ຈໍານວນ 15 ສະຫາຍ, ຍິງ 06 ສະຫາຍ, ສະເໜີເລື່ອນຊັ້ນ ໃຫ້ນາຍ ແລະ ພົນຕໍາຫຼວດ 09 ສະຫາຍ, ຍິງ 02 ສະຫາຍ, ໃນນັ້ນ ຊັ້ນ ພັນຕີ ຂື້ນ ພັນໂທ 02 ສະຫາຍ, ຮ້ອຍໂທ ຂື້ນ ຮ້ອຍເອກ 2 ສະຫາຍ, ຮ້ອຍຕີ ຂື້ນ ຮ້ອຍໂທ 02 ສະຫາຍ, ຍິງ 02 ສະຫາຍ.

ວຽກງານອົງການຈັດຕັ້ງມະຫາຊົນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ອໍານວຍຄວາມສະດວກໃຫ້ອົງການຈັດຕັ້ງ ຊາວໜຸ່ມ-ແມ່ຍິງ ໄດ້ເຄື່ອນໄຫວຕາມສິດພາລະບົດບາດ ແລະ ໜ້າທີ່ຂອງຕົນ, ມີຄວາມຕື່ນຕົວຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະ ຄຽງຄູ່ກັບການເຄື່ອນໄຫວວຽກງານຂະບວນການໃຫ້ເປັນຂະບວນການຟົດຟື້ນ.

ວຽກງານແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ເຮັດໜ້າທີ່ປະຈໍາການ 24 ຊົ່ວໂມງຢ່າງເປັນປົກກະຕິ, ຈັດຕັ້ງກໍາລັງວິຊາສະເພາະ ເຄື່ອນໄຫວເຮັດໜ້າທີ່ຕາມຄວາມຮັບຜິດຊອບ, ໄດ້ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເກີດຂື້ນໃນສັງຄົມ ເປັນຕົ້ນແມ່ນການລັກລອບເຂົ້າ-ອອກເມືອງຜິດກົດໝາຍ, ການມາພັກເຊົາ, ການແຕ່ງດອງກັບຄົນຕ່າງປະເທດບໍ່ຖືກຕ້ອງ, ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນ, ໃນນັ້ນ ໄດ້ລົງສົມທົບກັບອໍານາດການປົກຄອງບ້ານລົງເຮັດບົດບັນທຶກນໍາຄອບຄົວທີ່ຍົກຍ້າຍມາບໍ່ຖືກຕ້ອງ ໄດ້ 159 ຄອບຄົວ, ລົງສ້າງບົດບັນທຶກບັນດາເປົ້າໝາຍທີ່ມີອາວຸດເສີກໄວ້ໃນຄອບຄອງ, ມີທາດລະເບີດ, ໝໍ້ຊ໋ອດປາ, ຈັກສະຕີ່ນ ໄດ້ 88 ຄົນ, ແກ້ໄຂ ບັນຫາການປ່ອຍເງິນກູ້ນອກລະບົບ, ເລກເຖື່ອນ, ການພະນັນ ມີ 61 ຄົນ, ຍິງ 38 ຄົນ.

ນອກນັ້ນ ຍັງຫັນເອົາພະນັກງານລົງກໍ່ສ້າງຮາກຖານຕາມສາຍຕັ້ງ ແລະ ສາຍຂວາງ ເພື່ອຫັນເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັັດ, ບັດດາມະຕິ, ຄໍາສັ່ງ ແລະ ລະບຽບຫຼັກການຕ່າງໆ ລົງເຜີຍແຜ່ເຊື່ອມຊືມໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນການຮອບດ້ານທົ່ວປວງຊົນ ແນ່ໃສ່ເຮັດໃຫ້ສັງຄົມ ກໍ່ຄືແຂວງບໍລິຄໍາໄຊ ໃຫ້ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຕອນທ້າຍ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ຈາກສະຫາຍ ພັນໂທ ຜາຂົງ ດອກມະນີຈັນ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ເຊີ່ງສະຫາຍ ໄດ້ຍ້ອງຍໍຊົມເຊີຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທຸກສະຫາຍ ທີ່ສາມາດເຮັດສໍາເລັດທຸກໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ສະມາຊິກພັກຢ່າງເປັນປົກກະຕິ, ເພີ່ມທະວີຄວາມສາມັກຄີພາຍໃນພັກໃຫ້ແໜ້ນແຟ້ນ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນການຊີ້ນໍາ-ນໍາພາ, ໃຫ້ມີວິທະຍາສາດ, ທັນສະໄໝ, ພ້ອມນັ້ນໃຫ້ຖືເອົາວຽກງານກວດກາ-ກວດການ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະ ເພື່ອຕິດຕາມກວດກາ, ຊອກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຂ້າງ ທີ່ຈະໄດ້ພ້ອມກັນປັບປຸງແກ້ໄຂ ແນ່ໃສ່ເຮັດໃຫ້ກໍາລັງວິຊາສະເພາະມີຄວາມໜັກແໜ້ນ, ເຂັ້ມແຂງ, ກຽມພ້ອມເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງມີປະສິດທິຜົນສູງ.

About admin11