ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຄັ້ງທີ 6

          ກອງປະຊຸມທາງໄກຜ່ານລະບົບ ວີດີໂອ ຄອນເຟີເລັ່ນ ຂອງໜ່ວຍປະສານງານປະຈຳພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຄັ້ງທີ 6  ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງ ບຶງການ ຣາຊາອານາຈັກໄທ  ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 25 ທັນວາ 2021 ທີ່ຫ້ອງປະຊຸມໂຮງແຮມໂຊກບຸນມາ,  ຝ່າຍລາວນຳໂດຍທ່ານ ພັນເອກ ຄໍາແດງ       ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຫົວໜ້າໜ່ວຍປະສານງານປະຈໍາພຶ້ນທີ່ແຂວງ ບໍລິຄໍາໄຊ ພ້ອມຄະນະ ແລະ  ຝ່າຍຣາຊາອານາຈັກໄທ  ນຳໂດຍ ທ່ານ ພັນເອກ ຈັກກະພົງ ໂພນາແຄ  ຜູ້ບັງຄັບການກອງບັງຄັບການຄວບຄຸມທີ 2 ຜູ້ແທນບັນຊາການກໍາລັງສຸລະສັກມົນຕີ ຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ແຂວງບຶງການ ພ້ອມຄະນະ.

ພາຍຫຼັງທີ່ຕາງໜ້າຝ່າຍລາວ ແລະ ຝ່າຍໄທ ໄດ້ກ່າວເປີດກອງປະຊຸມ ແນະນໍາບັນດາຜູ້ແທນກອງປະຊຸມສໍາເລັດ, ທັງສອງຝ່າຍກໍ່ໄດ້ພັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານໄລຍະ 06 ເດືອນຜ່ານມາໃຫ້ກັນ ແລະ ກັນຮັບຊາບ.

ໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ໄດ້ຈັດຕັ້ງພະນັກງານວິຊາສະເພາະລົງຕິດຕາມ, ກວດກາ, ລາດຕະເວນ ເພື່ອສະກັດກັ້ນ ແລະ ປາບປາມຢາເສບຕິດເລາະຕາມຊາຍແດນ, ຜ່ານການຈັດຕັ້ງປະຕິບັດສາມາດມ້າງລາຍຄະດີໄດ້ 06 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 08 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 2.562.995 ເມັດ, ຄັນຊາ 763 ກິໂລກຼາມ, ຢາອີ 196 ເມັດ, ລົດໃຫຍ່ 02 ຄັນ.

ໂອກາດດຽວກັນ ບັນດາຜູ້ແທນກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ບົນພື້ນຖານລະບຽບຫຼັກການ, ຄວາມສາມັກຄີ, ການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງ 02 ແຂວງ, 02 ປະເທດ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ  ແລະ ປະສານສົມທົບຮ່ວມມືກັນໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19  ຕາມຊາຍແດນລາວ-ໄທ ເພື່ອບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ.

ທິດທາງແຜນການໃນຕໍ່ໜ້າທັງ 2 ຝ່າຍຈະສືບຕໍ່ປະສານສົມທົບຮ່ວມມືກັນໃນການເຄື່ອນໄຫວວຽກງານວິຊາສະເພາະ, ການສືບຂ່າວ, ເກັບກໍາສະພາບ, ລົງກວດກາຈຸດຂ້າມລອຍ, ອອກກວດກາລາດຕະເວນທາງບົກ ແລະ ທາງນໍ້າຮ່ວມກັນ, ໃນກໍລະນີມີບັນຫາໃດໜື່ງທີ່ເກີດຂື້ນໃນຂອບເຂດບໍລິເວນຊາຍແດນ 2 ຝ່າຍຈະປະສານສົມທົບປືກສາຫາລືເພື່ອພ້ອມກັນແກ້ໄຂໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງ ບົນພື້ນຖານລະບຽບຫຼັກການ ແລະ ກົດໝາຍຂອງ 2 ປະເທດ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ບັນຫາອາດຊະຍາກໍາຂ້າມຊາດ, ການຄ້າ – ຂາຍຢາເສບຕິດ, ຄ້າ – ຂາຍເຖື່ອນ, ການເຄື່ອນຍ້າຍຊັບພະຍາກອນທໍາມະຊາດທີ່ຜິດຕໍ່ລະບຽບກົດໝາຍ ແນ່ໃສ່ເຮັດໃຫ້ບໍລິເວນຂອບເຂດຊາຍແດນຂອງ 02 ແຂວງ ບໍລິຄໍາໄຊ – ບຶງການ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂື້ນເລື້ອຍໆ.

 

About admin11