ຜົນສຳເລັດກອງປະຊຸມໃຫ່ຍຄັ້ງທີ IV ຂອງບ້ານຜາຂອດ

ໃນວັນທີ 5 ກໍລະກົດ 2021 ບ້ານຜາຂອດ, ເມືືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ IV ຂື້ນຢູ່ໂຮງຮຽນ ຂອງບ້ານດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ຫັວງກື ໃຈວາຊົ່ງ ເລຂາພັກບ້ານ ນາຍບ້ານຜາຂອດ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ອາລຸນສັກ ປະທຳມະວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ, ມີພະນັກງານຮາກຖານຂັ້ນເມືອງ, ແຂວງປະຈຳບ້ານຜາຂອດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານບົດສະຫຼຸບ ແລະ ທິດທາງແຜນການຂອງການຊີ້ນໍາ-ນໍາພາຂອງຄະນະບ້ານໄລຍະຜ່ານມາ ເຊີ່ງຍົກໃຫ້ເຫັນດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ ທີ່ຈະໄດ້ມີການປັບປຸງແກ້ໄຂໃຫ້ດີຂື້ນ ຜ່ານມາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ນຳພາສ້າງເສດຖະກິດ ຕິດພັນກັບການແກ້ໄຂຄວາມທຸກຍາກ, ນຳໃຊ້ທ່າແຮງທີ່ມີຂອງບ້ານໂດຍສະເພາະແມ່ນການປູກການລ້ຽງ ແລະ ວຽກງານຮອບດ້ານຂອງບ້ານ.

ບ້ານຜາຂອດ ມີ 66 ຫຼັງຄາເຮືອນ ມີພົນລະເມືອງ 618 ຄົນ, ຍີງ 332 ຄົນ ປະຊາຊົນ ຢຶດຖືອາຊີບປູກຝັງ ແລະ ລ້ຽງສັດ ຄື: ມີງົວ 250 ໂຕ, ຄວາຍ 20 ໂຕ ໝູ 90 ໂຕ ສັດປີກ 500 ກ່ວາໂຕ, ປະຈຸບັນມີຄອບຄົວພົ້ນທຸກແລ້ວ 45 ຄອບຄົວ ເທົ່າກັບ 68,18%, ພົ້ນທຸກບາງດ້ານ 17 ຄອບຄົວເທົ່າກັບ 25,76%, ຄອບຄົວທຸກຍາກ 4 ຄອບຄົວ ເທົ່າກັບ 6.06%, ຄາດໝາຍຮອດປີ 2023 ຈະສູ້ຊົນໃຫ້ບ້ານຜາຂອດກາຍເປັນບ້ານພົ້ນທຸກ.

ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະບ້ານຊຸດໃໝ່ ເຊີ່ງມີ ຜູ້ສະໝັກ 5 ທ່ານເລືອກເອົາ 3 ທ່ານ ກອງປະຊຸມໄດ້ເລືອກເອົາ ທ່ານ ຫວັງກື ໃຈວາຊົ່ງ ເປັນ ນາຍບ້ານ ທ່ານ ບີ່ວ່າງ ແລະ ທ່ານ ຈາຝືວ່າງ ເປັນຮອງ.

ພາຍຫຼັງສໍາເລັດກອງປະຊຸມ ຄະນະທີມງານກໍ່ສ້າງຮາກຖານແຂວງ ປະຈຳບ້ານຜາຂອດ ກໍ່ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານ ແລະ ພ້ອມກັນທຳລາຍກັນຊາແຫ້ງ ຈຳນວນ 33 ເປົາ ນໍ້າໝັກ 385 ກິໂລ, ອາວຸດລ່າເນື້ອ ແລະ ຈັກສະຕີ່ນ ທີ່ປະຊາຊົນ ມີຄວາມຈິງໃຈສົ່ງມອບໃຫ້ພະນັກງານຮາກຖານ ເພື່ອທຳລາຍຖີ້ມ.

About admin11