ກອງປະຊຸມໃຫຍ່ ອົງຄະນະພັກເມືອງບໍລິຄັນ ຄັ້ງທີ VII

ກອງປະຊຸມໃຫຍ່ອົງຄະນະພັກເມືອງບໍລິຄັນ ຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 3 ມີນາ ແລະ ອັດລົງຢ່າງເປັນທາງການໃນຕອນທ່ຽງ ໃນວັນທີ 4 ມີນາ 2020 ຢູ່ສະໂມສອນເມືອງບໍລິຄັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນເລີນ ປຸ້ຍໄມນີ ວ່າການເລຂາຄະນະບໍລິຫານງານພັກເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ ສຫ ແດນປີ ມູນທະດີ ຮອງເລຂາພັກແຂວງ ຜູ້ຮັບຜິດຊອບວຽກງານບຸກຄະລາກອນຂັ້ນແຂວງ ມີຜູ້ແທນສົມບູນ 145 ສະຫາຍ ຍິງ 15 ສະຫາຍ, ແຂກຖືກເຊີນຈາກບັນດາເມືອງ ແລະ ພະແນກການຂັ້ນແຂວງ, ຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

       ກອງ​ປະຊຸມ​​ໃຫຍ່​ ໄດ້​ຮັບ​ຟັງ​ລາຍ​ງານ​ການ​ເມືອງທັງ​ສອງ​ພາກ ​ເຊິ່ງສະ​ເໜີ​ໂດຍ ສະຫາຍ ວັນເລີນ ປຸ້ຍໄມນີ ລາຍ​ງານ​ການ​ເມືອງ​ໄດ້​ຕີ​ລາຄາ​ເຖິງ​ຜົນງານ ​ແລະ​ ໄຊຊະນະ ​ຂອງ​ການຈັດຕັ້ງປະຕິບັດ​ແນວທາງແຜນນະໂຍບາຍຂອງພັກ ແລະ ມະຕິຄັ້ງທີ VI ​ອົງຄະນະ​ພັກ​ແຂວງ ແລະ ​ອົງຄະນະພັກເມືອງທີ່ຜ່ານ​ມາ ໂດຍຊີ້ໃຫ້ເຫັນຈຸດດີ, ຈຸດ​ອ່ອນ, ຂໍ້ຄົງຄ້າງ, ສາ​ເຫດ​ຕ່າງໆ ​ເຊີ່ງຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂໃນ​ຕໍ່ໜ້າ ​ແລະ ສະຫຼຸບ​ສັງ​ລວມ​ເປັນ​ບົດຮຽນ​ໃຫ້​ແກ່​ການ​ນຳພາ​ຂອງ​ຕົນ, ພ້ອມ​ນີ້ຍັງ​ໄດ້​ເປັນ​ເອກະ​ພາບ​ກັນ ຮັບຮອງ​ເອົາ​ທິດ​ທາງ​ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນດາຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (ປີ 2020-2024)  ​ເຊີ່ງມີ​ເນື້ອ​ໃນຕົ້ນຕໍດັ່ງ​ນີ້: ຮັບປະກັນໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມອຸ່ນອຽນເຊື່ອໝັ້ນຕໍ່ການນຳພາຂອງພັກ, ພ້ອມກັນປະກອບສ່ວນພັນທະຂອງຕົນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ການພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ຕ້ອງເພີ່ມທະວີຄວາມຮັບຜິດຊອບ, ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ໃນລະດັບສະເລ່ຍ 7,6% ຕໍ່ປີຂຶ້ນໄປ, ສະເລ່ຍລາຍຮັບໃຫ້ໄດ້ 1.651 ໂດລາຕໍ່ຄົນຕໍ່ປີ, ເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ ສະເລ່ຍ 5% ຕໍ່ປີ, ຜະລິດເຂົ້າກິນໃຫ້ໄດ້ສະເລ່ຍ 336 ກິໂລຕໍ່ຄົນຕໍ່ປີ, ສົ່ງເສີມຂະບວນການຜະລິດເປັນສິນຄ້າຂອງປະຊາຊົນ ດ້ວຍການປູກຝັງ-ລ້ຽງສັດ, ຊຸກຍູ້ໃຫ້ມີຄອບຄົວຕົວແບບທີ່ຍືນຍົງ

ຕັ້ງໜ້າແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ, ຄອບຄົວທຸກຍາກໃຫ້ຍັງເຫຼືອໜ້ອຍກວ່າ 5%, ສ້າງຄອບຄົວພັດທະນາໃຫ້ກວມ 87% ແລະ ສຸມໃສ່ປັບປຸງ ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​​​ທີ່​ຈຳ​ເປັນ, ສຸມ​ໃສ່​ກໍ່ສ້າງ ແລະ ພັດທະນາຊັບພະຍາກອນ​ມະນຸດ ​ໃຫ້​ມີ​ຄວາມ​ຮູ້-ຄວາມ​ສາມາດ, ມີຄຸນສົມບັດ, ສີນທຳປະຕິວັດ, ​ຍົກລະດັບສີມື​ແຮ​ງງານ ແລະ ​ສຸຂະພາບໃຫ້ມີຄວາມ​ແຂງ​ແຮງ, ປັບປຸງຄຸນ ນະພາບການ ສຶກສາ, ສາທາ ລະນະສຸກ ເພື່ອບັນລຸເປົ້າໝາຍສະຫັດສະວັດແຫ່ງການພັດທະນາ, ສູ້ຊົນປະກາດເປັນເມືອງຈົບມັດທະຍົມປາຍ, ສ້າງ​ຄອບຄົວວັດທະນະທຳ, ບ້ານ ແລະ ຄອບຄົວ​ສາທາລະນະ​ສຸກ​ແບບຢ່າງໃຫ້​ເພີ່ມຂຶ້ນ, ປັບປຸງ ແລະ ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ສ້າງຄວາມເປັນເອກະພາບພາຍໃນພັກ, ເປັນແບບຢ່າງນຳໜ້າຂອງຄະນະພັກ, ສະມາຊິກພັກ-ພະນັກງານ,

ສ້າງພະນັກງານໜຸ່ມນ້ອຍຮຸ່ນສືບທອດ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ປັບປຸງລະບົບການເມືອງຂັ້ນຕ່າງໆ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ​-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຮັບປະກັນຄວາມຍຸຕິທໍາໃນສັງຄົມ, ປັບປຸງລະບອບ, ລະບຽບກົນໄກ, ແບບແຜນວິທີເຮັດວຽກຂອງອົງການປົກຄອງຂັ້ນຕ່າງໆ ໃຫ້ຖືກຕ້ອງສອດຄ່ອງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ ຕິດພັນກັບການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສືບຕໍ່ປຸກລະດົມຂົນຂວາຍ ຍາດແຍ່ງເອົາການຊ່ວຍເຫຼືອຈາກເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງ​ສາກົນຕ່າງໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາ.

ກອງປະຊຸມໄດ້ຮັບຟັງລາຍງານ ​ການປະກອບຄຳເຫັນ ຈາກຕາງໜ້າ​ບັນດາ​ຂົງ​ເຂດ​ວຽກ​ງານ ຂອງ​ພັກ-ລັດພາຍໃນເມືອງ ​ແລະ ຄອບຄົວຕົວ​ແບບ​ ຈາກ​ຮາກ​ຖານ​ປະຊາຊົນ ​ເຊິ່ງ​ແຕ່​ລະ​ພາກສ່ວນ​ລ້ວນ​ແຕ່​ສະ​ແດງ​ໃຫ້​​ເຫັນ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ຕໍ່​ລາຍ​ງານ​ການ​ເມືອງ ​ແລະ ແຜນພັດທະນາ​ເສດຖະກິດ-ສັງຄົມ, ການ​ລາຍ​ງານ ​ແລະ ປະກອບ​ຄຳ​ເຫັນ​ສ່ວນ​ຫຼາຍ​ໄດ້​ລົງ​ເລິກ​ລາຍ​ງານ​ຜົນສຳ​ເລັດ ​ແຫ່ງ​ການ​ຜັນ​ຂະຫຍາຍ, ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມໃຫຍ່ ສະໄໝ​ຜ່ານ​ມາ ​ແລະ ວິທີປັບປຸງແກ້ໄຂວຽກງານໃນ​ຂົງ​ເຂດ​ຂະ​ແໜງ​ການ​ພາຍໃນເມືອງ ອັນ​​ໄດ້ເຮັດ​ໃຫ້ກອງ​ປະຊຸມ​ມີ​ເນື້ອ​ໃນອຸດົມສົມບູນ​ຂຶ້ນ​ຕື່ມ.

ໃນກອງປະຊຸມຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານພັກເມືອງສະໄໝທີ VII, ໂດຍ​ເລືອກ​ໄດ້ 23 ສະຫາຍ​, ຍິງ 6 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງບໍລິຄັນ ສະໄໝທີ VII ໄດ້ເປັນເອກະສັນກັນເລືອກເອົາ ຄື: ສະຫາຍ ວັນເລີນ ປຸ້ຍໄມນີ ເປັນເລຂາຄະນະພັກ, ສະຫາຍ ນາງ ວາລີ ສຸດທະວົງ ເປັນຮອງເລຂາ, ສະຫາຍ ສີຄໍາ ໄຊຍະວົງ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ນາງ ສີດາ ພັນທະລາ, ສະຫາຍ ພັທ ແກ້ວສຸວັນ ວັນນະແຝງ, ສະຫາຍ ທອງໃບ ທອງໃສ ແລະ ສະຫາຍ ບຸນມີ ວໍລະຈັກ ເປັນ​ຄະນະ​ປະຈຳ​ພັກເມືອງ. ພ້ອມດຽວກັນກອງປະຊຸມຍັງ ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 20 ສະຫາຍ, ຍິງ 4 ສະຫາຍ ແລະ ສໍາຮອງ 3 ສະຫາຍ, ຍິງ 0 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິ​ຄຳ​ໄຊ.

About admin11