ກອງປະຊຸມໃຫຍ່ ຜູ້ແທນພະສົງທົ່ວເມືອງຄໍາເກີດ ສະໄຫມທີ VII

ໃນຕອນເຊົ້າ 17 ພະຈິກ 2020 ທີ່ວັດປະຖັມມະວາດແສນອຸດົມ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວເມືອງຄໍາເກີດສະໄຫມທີ VII ຂື້ນ ພາຍໃຕ້ການເປັນປະທານຂອງ ພະອາຈານ ພັນມະຫາ ວິທະຍາໄລ ເຈົ້າຄະນະອົງການພຸດທະສາສະໜາສໍາພັນລາວ ເມືອງຄໍາເກີດ ໂດຍເປັນກຽດເຂົ້າຮ່ວມຂອງ ພະອາຈານ ຄໍາປັນ ອິນທະວົງ ເຈົ້າຄະນະອົງການພຸດທະສາສະໜາສໍາພັນລາວ ແຂວງບໍລິຄຳໄຊ, ທ່ານ ໂພວາ ພົມມະບຸດດີ ຮອງປະທານແນວລາວສ້າງຊາດແຂວງ, ມີຫົວຫນ້າພະແນກພາຍໃນແຂວງ, ປະທານແນວລາວສ້າງຊາດເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້້າຮ່ວມ.

ພະອາຈານ ພັນມະຫາ ວິທະຍາໄລ ເຈົ້າຄະນະອົງການພຸດທະສາສະໜາສໍາພັນລາວ ເມືອງຄໍາເກີດ ໄດ້ລາຍງານຕໍ່ກອງປະຊູມວ່າ: ອົງການພຸດທະສາສະໜາສຳພັນລາວເມືອງຄຳເກີດ ປະກອບມີ 32 ວັດ, ວັດຮ້າງ 06 ວັດ, ມີຄະນະກໍາມະການ ອພສ ເມືອງ 10 ອົງ ແລະ ມີພຣະສົງ 57 ອົງ, ສາມະເນນ 113 ພໍ່ຂາວ, ແມ່ຂາວບໍມີ.

        ຫ້າປີຜ່ານມາອົງການພຸດທະສາສະໜາສຳພັນລາວເມືອງຄຳເກີດ ໄດ້ລົງເຜີຍແຜ່ສີລະທັມ ແລະ ການຈັດຕັ້ງຝຶກອົບຮົມວິປັດສະນາກັມມະຖານ ເຊີ່ງເປັນວຽກທີ່ມີຄວາມສໍາຄັນເປັນກໍລະນີພິເສດ ແລະ ໄດ້ເອົາໃຈໃສ່ ອົບຮົມບົ່ມສອນໃຫ້ພຣະສົງ-ສາມະເນນ,ພໍ່ແມ່ປະຊາຊົນ,ນັກຮຽນ,ນັກສຶກສາ,ຊາວຫນຸ່ມ,ເຍົາວະຊົນ ໃຫ້ຮູ້ເລື່ອງສິນນະທຳ, ຮີດ 12 ຄອງ 14 ປະເພນີລາວເຮົາ ເພື່ອສືບທອດເປັນມໍລະດົກ ນອກນັ້ນກໍ່ແມ່ນ ການສ້າງຈິດສຳນຶກ ໃຫ້ອອກຕົນຍາດໂຍມ ຊາວພຸດສານິກະຊົນ ໃຫ້ມີນ້ຳໃຈສາມັກຄີ, ເຄົາລົບສິດທິເຊີ່ງກັນແລະກັນ, ຮູ້ຈັກຮັກເຊື້ອແພງຊາດ ແລະ ໃຫ້ມີຄວາມສາມັກຄີທົ່ວປວງຊົນຢ່າງເປັນປຶກແຜ່ນ.

ຈານນັ້ນ ເຈົ້າຄະນະອົງການພຸດທະສາສະໜາສໍາພັນລາວເມືອງຊຸດເກົ່າ ໄດ້ຂຶ້ນກ່າວລາໜ້າທີ່ ແລະ ປະກາດແຕ່ງຕັ້ງເອົາຄະນະ ອພສ ເມືອງຊຸດໃໝ່ ໂດຍແຕ່ງຕັ້ງ ພຣະຄູ ພັນມະຫາ ວິທະຍາໄລ ເປັນເຈົ້າຄະນະອົງການພຸດທະສາສະໜາສໍາພັນລາວ ເມືອງ ຄໍາເກີດ, ພຣະອາຈານ ຈັນສະໜອນ ພຸດທະໄລ ເປັນຮອງ, ພຣະອາຈານ ບຸນຖະໜອມ, ພຣະອາຈານ ຄົງຄາ ທໍາມະລາດ ແລະ ພຣະອາຈານ ອຸ້ຍ ສີບຸນເຮືອງ ເປັນຄະນະ ອພສ ເມືອງຄຳເກີດຊຸດໃໝ່.

About admins16