ກອງປະຊຸມໃຫຍ່ ຄັ້ງທີ VII ຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ

ໃນຕອນບ່າຍຂອງວັນທີ 12 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນຂຶ້ນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທອງ ໄຊຍະວົງ ເລຂາຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ໂພເພັດ ກຸນນາວົງ ຮອງເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ, ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບການ ເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ຄື: ດ້ານການເມືອງແນວຄິດ ຄະນະຊາວໜຸ່ມໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ຕິດພັນກັບການປຸກລະດົມສ້າງຂະບວນການດ້ານຕ່າງໆ ສ້າງເງື່ອນໄຂໃຫ້ພະນັກງານຊາວໜຸ່ມ ໄດ້ຮໍ່າຮຽນແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເປັນຕົ້ນ: ກົດໝາຍວ່າດ້ວຍ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ເອກະສານຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວວາງອອກ, ຄະນະຊາວໜຸ່ມໄດ້ເປັນກຳລັງແຮງທີ່ເຂັ້ມແຂງ ໃນການປະຕິບັດໜ້າທີ່ວິຊາສະເພາະ ສຸມທຸກກຳລັງພັດທະນາການສຶກສາ ໃຫ້ທັນສະໄໝຂຶ້ນເລື້ອຍໆ.

ປະຈຸບັນ ຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາ ແຂວງ ມີສະມາຊິກຊາວໜຸ່ມທັງໝົດ 63 ສະຫາຍ, ຍິງ 36 ສະຫາຍ.

ພາຍຫຼັງຄະນະຊຸດເກົ່າໄດ້ຜ່ານບົດສໍາຫຼວດການນໍາພາ ພ້ອມອຳລາໜ້າທີ່ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະຮາກຖານຊາວໜຸ່ມຊຸດໃໝ່ ໂດຍມີຜູ້ສະໝັກ 8 ສະຫາຍ, ເລືອກເອົາ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະສັນເລືອກເອົາ ສະຫາຍ ພູວົງ ລໍວັນໄຊ ເປັນເລຂາ, ສະຫາຍ ຄໍາພິລາດ ແກ້ວອາທອນ ເປັນຮອງ, ສະຫາຍ ນາງ ວິໄລພອນ ໄຊຍະວົງສາ ເປັນຮອງ ທັງເປັນຜູ້ກວດກາ, ສະຫາຍ ສົມສັກ ໄຊຍະລາດ, ສະຫາຍ ສີສຸພັນ ສີສົມພອນ ເປັນຄະນະ.

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຊາວໜຸ່ມແຂວງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມຊຸດໃໝ່ ຈົ່ງເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ, ສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ, ເພີ່ມທະວີຄວາມສາມັກຄີພາຍໃນ, ພ້ອມກັນນຳເອົາມະຕິກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

About admins14