ກອງປະຊຸມໃຫຍ່ ຄັ້ງທີ VI ຊາວໜຸ່ມຮາກຖານພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ

ວັນທີ 14 ມີນາ 2022 ຊາວໜຸ່ມພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ເປີດກອງປະຊຸມຄັ້ງທີ VI ຂອງຕົນຂຶ້ນ ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ສະຫາຍ ຕຸ້ຍ ຈັນທະມຸງຄຸນ ຄະນະປະຈຳຊາວໜຸ່ມແຂວງ ເລຂາຊາວໜຸ່ມຮາກຖານ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ໄກສອນ ຈັນສີນາ ເລຂາຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການແຂວງ, ມີຄະນະຊາວໜຸ່ມຮາກຖານ, ສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ໄລຍະ 5 ປີ ຜ່ານມາ ໂດຍຕີລາຄາຄືນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ກອງປະຊຸມ ໄດ້ເປັນເອກະພາບສູງຮັບຮອງເອົາບົດສະຫຼຸບ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ.

ປະຈຸບັນ ຊາວໜຸ່ມຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີສະມາຊິກທັງໝົດ 52 ສະຫາຍ, ຍິງ 23 ສະຫາຍ, ພາຍຫຼັງຄະນະຊຸດເກົ່າໄດ້ຂຶ້ນຜ່ານບົດສຳຫຼວດນຳພາ ພ້ອມອຳລາໜ້າທີ່, ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຮາກຖານຊຸດໃໝ່ ແລະ ເຫັນດີເລືອກເອົາ ສະຫາຍ ຕຸ້ຍ ຈັນທະມຸງຄຸນ ເປັນເລຂາ, ສະຫາຍ ພູວອນ ຈໍລະສິງ ເປັນຮອງເລຂາ, ສະຫາຍ ນາງ ອໍາພອນ ຈັນທະວົງ ເປັນຮອງເລຂາ ທັງເປັນຜູ້ກວດກາ, ສະຫາຍ ນາງ ສົມຣືໄທ ບຸຈະເລີນ ແລະ ສະຫາຍ ປາໂມດ ເລືອງຕະກຸນ ເປັນຄະນະ.

ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນ ສະຫາຍ ທອງມະນີ ໂຄດປັນຍາ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະຊຸດໃໝ່ ຈົ່ງພ້ອມກັນປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ຕາມການມອບໝາຍຂອງຄະນະພັກ, ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຂອງຕົນຢ່າງເປັນປົກກະຕິ, ສືບຕໍ່ປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ ຢ່າງລວມສູນປະຊາທິປະໄຕ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ເພີ່ມທະວີຄວາມສາມັກຄີທັງພາຍໃນ ແລະ ພາຍນອກ ຊ່ວຍເຫຼືອເຊິ່ງກັນ, ພ້ອມກັນນຳເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

About admins14