ກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະມາຄົມທຸລະກິດໜຸ່ມແຂວງບໍລິຄໍາໄຊ

ກອງປະຊຸມໃຫຍ່ ສະມາຄົມທຸລະກິດໜຸ່ມ ແຂວງບໍລິຄໍາໄຊ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2021 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ທ່ານ ໄຊຍະເພັດ ຈັນທິສອນ ປະທານສະມາຄົມທຸລະກິດໜຸ່ມແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ມີສະມາຊິກສະມາຄົມນັກທຸລະກິດໜຸ່ມແຂວງ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບ ການເຄື່ອນໄຫວວຽກງານຂອງສະມາຄົມທຸລະກິດໜຸ່ມແຂວງໃນໄລຍະຜ່ານມາ ເຫັນວ່າມີຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ ແລະ ໄດ້ຮັບຜົນສໍາເລັດ ເປັນຕົ້ນແມ່ນ ໄດ້ສຳເລັດການກໍ່ສ້າງ 4 ໂຄງການຂອງແຂວງ ລວມມູນຄ່າ 21 ຕື້ກວ່າກີບ, ສາມາດກໍ່ສ້າງອາຄານຫ້ອງການຂອງຕົນ ເປັນອາຄານ 2 ຊັ້ນ ມູນຄ່າ 419 ລ້ານກວ່າກີບ, ສ້າງຮ້ານກິນດື່ມເຮືອນແພ ມູນຄ່າ 764 ລ້ານກວ່າກີບ, ສ້າງຮ້ານກາເຟ 250 ລ້ານກວ່າກີບ, ພ້ອມນັ້ນ ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ 500 ກວ່າລ້ານກີບ.

ປະຈຸບັນ ມີສະມາຊິກທັງໝົດ 28 ຫົວໜ່ວຍ ແລະ ມີສະມາຄົມຂັ້ນເມືອງ 4 ເມືອງ.

ກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ບົດສະຫຼຸບການເຄື່ອນໄຫວຂອງສະມາຄົມນັກທຸລະກິດໜຸ່ມຊຸດທີ່ III ເປັນເອກະພາບຕີລາຄາດ້ານດີ, ດ້ານອອ່ນ ແລະ ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ ນໍາພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະຜ່ານມາ ແລະ ເປັນເອກະພາບຮັບຮອງເອົາທິດທາງແຜນການແຕ່ປີ 2020-2025.

ພ້ອມກັນນັ້ນ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງຄະນະບໍລິຫານງານຊາດໜຸມແຂວງ ວ່າດ້ວຍການແຕ່ງຕັ້ງ ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຂວງບໍລິຄໍາໄຊ ສະໄໝທີ IV ຈຳນວນ 11 ສະຫາຍ ຄື: ສະຫາຍ ຄອນສະຫວັນ ສອນຄຳໄຊ ເປັນປະທານ, ສະຫາຍ ຈູດ ໄຊສົງຄາມ ແລະ ສະຫາຍ ພັດສອນ ຈັນທະວົງ ເປັນຮອງປະທານ, ສະຫາຍ ສິນທະນາ ພິມມະສອນ, ສະຫາຍ ນາງ ໄຂແກ້ວ ລໍວັນໄຊ, ສະຫາຍ ແສງແກ້ວ ແກ້ວປະເສີດ, ສະຫາຍ ນາງ ພອນສີ ໄຊສົງຄາມ, ສະຫາຍ ຄອນສະຫວັນ ປິມາລາ, ສະຫາຍ ກົງທອງ ພິມສະຫວັນ, ສະຫາຍ ພູດົງ ບຸນສະຫວັນ ແລະ ສະຫາຍ ບົວພາ ໄຊຍະແພງ ເປັນຄະນະ.

About admins14