ກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊຈຳພອນ ຄັ້ງທີ III

ກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊຈຳພອນ ຄັ້ງທີ III ໄດ້ໄຂຂຶ້ນ ໃນວັນທີ 17 ມີນາ ແລະ ອັດລົງຢ່າງເປັນທາງການ ໃນວັນທີ 18 ມີນາ 2020 ຢູ່ຫ້ອງວ່າການເມືອງໄຊຈຳພອນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັດ ສຸລິຂັນ ວ່າການເລຂາຄະນະບໍລິຫານງານພັກເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ ມີຜູ້ແທນສົມບູນ 87 ສະຫາຍ, ຍິງ 8 ສະຫາຍ, ແຂກຖືກເຊີນຈາກບັນດາເມືອງ ແລະ ພະແນກການຂັ້ນແຂວງ, ຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ກອງປະຊຸມໃຫຍ່ ໄດ້ຮັບຟັງລາຍງານການເມືອງທັງສອງພາກ ເຊິ່ງສະເໜີໂດຍ ສະຫາຍ ຄຳພັດ ສຸລິຂັນ ເຊີ່ງໄດ້ຕີລາຄາເຖິງຜົນງານ ແລະ ໄຊຊະນະ ຂອງການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ, ມະຕິຄັ້ງທີ X ຂອງພັກ, ມະຕິຄັ້ງທີ VI ອົງຄະນະພັກແຂວງ ແລະ ອົງຄະນະພັກເມືອງທີ່ຜ່ານມາ ໂດຍຊີ້ໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດຕ່າງໆ ເຊີ່ງຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ ແລະ ສະຫຼຸບສັງລວມເປັນບົດຮຽນໃຫ້ແກ່ການນຳພາຂອງຕົນ, ພ້ອມນີ້ຍັງໄດ້ເປັນເອກະພາບກັນ ຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ເຊີ່ງມີເນື້ອໃນຕົ້ນຕໍ ດັ່ງນີ້: ເຮັດໃຫ້ເມືອງໄຊຈຳພອນມີຄວາມສະຫງົບໜັກແໜ້ນ ແລະ ເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ, ສູ້ຊົນພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ ດ້ວຍອັດຕາສະເລ່ຍ 5,6%, ລາຍຮັບສະເລ່ຍຕໍ່ຄົນໃຫ້ໄດ້ 1.114 ໂດລາ, ສະເລ່ຍເຂົ້າກິນໄດ້ 380 ກິໂລກຼາມ/ຄົນ/ປີ, ຊຸກຍູ້-ສົ່ງເສີມຂະບວນການຜະລິດເປັນສິນຄ້າດ້ວຍການປູກຝັງ-ລ້ຽງສັດ ຄວບຄູ່ກັບການສ້າງຄອບຄົວຕົວແບບການຜະລິດໃຫ້ຫຼາຍຂຶ້ນ, ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ເພີ້ມຂຶ້ນ 10% ຕາມການແບ່ງປັນຂອງແຂວງ.

ກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ທີ່ສຳຄັນ ແລະ ຈຳເປັນ, ສຸມໃສ່ແກ້ໄຂຄວາມທຸກຍາກໃຫ້ໄດ້ 1.257 ຄອບຄົວ, ເທົ່າກັບ 67%, ຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ເອົາໃຈໃສ່ສ້າງບ້ານໃຫຍ່ໃຫ້ກາຍເປັນສີສັນຕົວເມືອງນ້ອຍໃນຊົນນະບົດ, ສຸມໃສ່ພັດທະນາຊັບພະຍາກອນມະນຸດ, ສ້າງໄດ້ບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ, ມີສີມືແຮງງານ, ສຸຂະພາບແຂງແຮງ, ປັບປຸງຄຸນນະພາບການສຶກສາດີຂຶ້ນ ແລະ ໄດ້ຢັ້ງຢືນເປັນເມືອງຈົບຊັ້ນມັດທະຍົມບຳລຸງຕອນຕົ້ນໃນປີ 2016, ປະຕິບັດເປົ້າໝາຍສະຫັດສະວັດ ດ້ານການພັດທະນາໃນຂະແໜງການສຶກສາ, ສາທາລະນະສຸກ ໄດ້ບາງຄາດໝາຍ, ປັບປຸງກົງຈັກບໍລິຫານລັດຂັ້ນເມືອງ ແລະ ບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ສ້າງສະຕິເຄົາລົບ ແລະ ປະຕິບັດລະບຽບ-ກົດໝາຍ, ມີຄວາມສາມັກຄີເປັນປຶກແຜ່ນ, ຄວາມສະເໝີພາບ ແລະ ມີຄວາມຍຸຕິທໍາໃນສັງຄົມ, ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ, ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານຂອງສະມາຊິກພັກ-ພະນັກງານ, ສຸມໃສ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໄດ້ 80%, ສ້າງພະນັກງານສືບທອດແຕ່ລະຂັ້ນ ເພື່ອບັນຈຸເຂົ້າຕາມໂຄງປະກອບໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງພັກ ແລະ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ປະຕິບັດຕາມທິດສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ຫັນວຽກ, ຫັນພະນັກງານ ແລະ ທຶນຮອນ ລົງສູ່ການພັດທະນາຮາກຖານບ້ານ, ນໍາພາປະຊາຊົນປະຕິບັດຕົວຈິງ ແລະ ສ້າງໃຫ້ໄດ້ຕົວແບບແຕ່ລະດ້ານຫຼາຍຂຶ້ນ.

ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຈາກ ຜູ້ຕາງໜ້າແຕ່ລະຂົງເຂດວຽກງານ ແລະ ຕົວແບບດ້ານຜະລິດເປັນສິນຄ້າຂອງປະຊາຊົນ, ການປະກອບຄໍາເຫັນດັ່ງກ່າວໄດ້ເພີ່ມໃຫ້ລາຍງານການເມືອງ ມີເນື້ອໃນອຸດົມສົມບູນ ແລະ ກອງປະຊຸມໄດ້ມີບັນຍາກາດຟົດຟື້ນ.

ໃນກອງປະຊຸມ ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານພັກເມືອງສະໄໝທີ III, ໂດຍເລືອກໄດ້ 21 ສະຫາຍ, ຍິງ 3 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງໄຊຈຳພອນ ສະໄໝທີ III ໄດ້ເປັນເອກະສັນກັນເລືອກເອົາ: ສະຫາຍ ໂກ່ ໄຊສົມບັດ ເປັນເລຂາຄະນະພັກ, ສະຫາຍ ອຸດົມ ໄຊຍວນຕາ ເປັນຮອງເລຂາ ແລະ ສະຫາຍ ສ່ອຍມະນີຈັນ ເນັ່ງປ່າວ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ກອງສີ ໄຊຍະວົງ, ສະຫາຍ ບຸນພອນ ເລີດບຸດດີ, ສະຫາຍ ສົມແພງ ໄຊມູນແກ້ວ ແລະ ສະຫາຍ ພິສິດ ອິນບຸນພອນ ເປັນຄະນະປະຈຳພັກເມືອງ. ພ້ອມດຽວກັນກອງປະຊຸມຍັງ ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 13 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 2 ສະຫາຍ, ຍິງ 1 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ.

About admin12