ກອງປະຊຸມໃຫຍ່ອົງຄະນະພັກເມືອງວຽງທອງ ຄັ້ງທີ VII

ກອງປະຊຸມໃຫຍ່ອົງຄະນະພັກເມືອງວຽງທອງ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 11 ກຸມພາ ແລະ ໄດ້ອັດລົງຢ່າງເປັນທາງການ ໃນວັນທີ 12 ກຸມພາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວົງສີ ທອງສີອິນທິປັນຍາ ເລຂາຄະນະບໍລິຫານງານພັກເມືອງວຽງທອງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ – ແຂວງບໍລິຄຳໄຊ.

ກອງ​ປະຊຸມ​​ໃຫຍ່​ ໄດ້​ຮັບ​ຟັງ​ລາຍ​ງານ​ການ​ເມືອງທັງ​ສອງ​ພາກ ​ເຊິ່ງສະ​ເໜີ​ໂດຍ ສະຫາຍ ວົງສີ ທອງສີອິນທິປັນຍາ ໂດຍ​ໄດ້​ຕີ​ລາຄາ​ເຖິງ​ຜົນງານ ​ແລະ​ ໄຊຊະນະ​ຂອງ​ການຈັດຕັ້ງປະຕິບັດ​ແນວທາງແຜນນະໂຍບາຍ, ມະຕິຄັ້ງທີ VI ຂອງ​ອົງຄະນະພັກເມືອງ, ອົງຄະນະ​ພັກ​ແຂວງ ທີ່ໄດ້ຊີ້ໃຫ້ເຫັນຈຸດດີ, ຈຸດ​ອ່ອນ, ຂໍ້ຄົງຄ້າງ, ສາ​ເຫດ​ຕ່າງໆ ​ເຊິ່ງຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂໃນ​ຕໍ່ໜ້າ ​ແລະ ສະຫຼຸບ​ສັງ​ລວມ​ເປັນ​ບົດຮຽນ​ໃຫ້​ແກ່​ການ​ນຳພາ​ຂອງ​ຕົນ, ພ້ອມ​ນີ້ຍັງ​ໄດ້​ເປັນ​ເອກະ​ພາບ​ກັນຮັບຮອງ​ເອົາ​ທິດ​ທາງ​ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ III (2020-2024) ​ເຊິ່ງມີ​ເນື້ອ​ໃນຕົ້ນຕໍ ດັ່ງ​ນີ້:  ຍົກສູງບົດບາດ ແລະ ຄວາມສາມາດນໍາພາ ຂອງຄະນະພັກທຸກຂັ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນໍາພາ, ເພີ່ມທະວີຄວາມເປັນເອກະພາບ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ແນວທາງຂອງພັກ ເຮັດໃຫ້ການຈັດຕັ້ງພັກ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຮັບປະກັນບົດບາດຂອງພັກເປັນແກນນໍາໃນລະບົບການເມືອງ, ເພີ່ມທະວີໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍເທື່ອລະກ້າວ ເຮັດໃຫ້ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ປັບປຸງອົງການລັດຂັ້ນຕ່າງໆໃຫ້ກະທັດຮັດ ເນັ້ນຄຸນນະພາບເປັນກົກ, ເພີ່ມ​ທະວີວຽກ​ງານ​ສຶກສາ​ອົບຮົມ, ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ໃຫ້​ເປັນ​ປຶກ​ແຜ່ນ, ມີຄວາມເປັນ​ເອກະ​ພາບ​ຕໍ່​ແນວທາງ ​ແລະ ການ​ນໍາພາ​ຂອງ​ພັກ, ສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ມີຄວາມສາມາດປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ, ​ສືບຕໍ່ເຮັດໃຫ້ເສດຖະກິດ​​ຂະຫຍາຍຕົວ​ຕໍ່​ເນື່ອງ ແລະ ສ້າງໃຫ້ໄດ້ໂຄງປະກອບເສດຖະກິດໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງທຸກພາກສ່ວນເຂົ້າໃນການພັດທະນາເມືອງ, ຊຸກຍູ້ສົ່ງເສີມຢ່າງແຂງແຮງການຜະລິດເປັນສິນຄ້າ, ກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງທີ່ຈຳເປັນ, ​ປົກປັກ​ຮັກສາ​ ແລະ ນໍາໃຊ້ຊັບພະຍາກອນ​ທຳ​ມະ​ຊາດ – ສີ່ງແວດລ້ອມໃຫ້ຍືນຍົງ, ສຸມໃສ່ພັດທະນາວັດທະນະທຳ – ສັງຄົມ ໃຫ້ຄວບຄູ່ກັບການຂະຫຍາຍຕົວຂອງເສດຖະກິດ, ພັດທະນາຊັບພະຍາກອນມະນຸດ ໃຫ້ມີສະຕິປັນຍາ, ຈັນຍາບັນ, ຄຸນສົມບັດ, ຄຸນນະທຳ,​ ສຸຂະພາບແຂງແຮງ, ສ້າງສີມືແຮງງານເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງການສ້າງສາພັດທະນາ ແລະ ຕັ້ງໜ້າພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດຢ່າງ​ເປັນເຈົ້າການ​ ເປັນຕົ້ນກັບເພື່ອນ​ມິດ​ຍຸດ​ທະ​ສາດ ສສ ຫວຽດນາມ​ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ ແລະ ຂະຫຍາຍຕົວໃນ​ທຸກ​ດ້ານ, ຍາດແຍ່ງເອົາການຊ່ວຍເຫຼືອ ແລະ ດືງດູດການລົງທຶນເຂົ້າໃສ່ການພັດທະນາ.

ກອງປະຊຸມໄດ້ຮັບຟັງລາຍງານ, ​ການປະກອບຄຳເຫັນຈາກຕາງໜ້າ​ບັນດາ​ຂົງ​ເຂດ​ວຽກ​ງານຂອງ​ພັກ – ລັດ ພາຍໃນເມືອງ ​ແລະ ຄອບຄົວຕົວ​ແບບ​ຈາກ​ຮາກ​ຖານ​ປະຊາຊົນ ​ເຊິ່ງ​ແຕ່​ລະ​ພາກສ່ວນ​ລ້ວນ​ແຕ່​ສະ​ແດງ​ໃຫ້​​ເຫັນ​ເຖິງ​ ຄວາມ​ເປັນ​ເອກະ​ພາບ​ຕໍ່​ລາຍ​ງານ​ການ​ເມືອງ ​ແລະ ແຜນພັດທະນາ​ເສດຖະກິດ-ສັງຄົມ, ການ​ລາຍ​ງານ ​ແລະ ປະກອບ​ຄຳ​ເຫັນ​ສ່ວນ​ຫຼາຍ​ໄດ້​ລົງ​ເລິກ​ລາຍ​ງານ​ຜົນສຳ​ເລັດ ​ແຫ່ງ​ການ​ຜັນ​ຂະຫຍາຍ, ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມຄັ້ງ​ຜ່ານ​ມາ ​ແລະ ວິທີການປັບປຸງວຽກງານໃນ​ຂົງ​ເຂດ​ຂະ​ແໜງ​ການ​ຂອງ​ຕົນ ອັນ​​ໄດ້ເຮັດ​ໃຫ້ກອງ​ປະຊຸມ​ມີ​ເນື້ອ​ໃນອຸດົມສົມບູນ​ຂຶ້ນ​ຕື່ມ.

ໃນກອງປະຊຸມ ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານພັກເມືອງວຽງທອງ ສະໄໝທີ  VII  ໂດຍເລືອກໄດ້ 23 ສະຫາຍ ຍິງ 2 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງວຽງທອງ ສະໄໝທີ VII ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ວົງສີ ທອງສີອິນທິປັນຍາ ເປັນເລຂາຄະນະບໍລິຫານງານພັກເມືອງ,  ສະຫາຍ ຄຳມອນ ໄຊພົມມີ ເປັນຮອງເລຂາ ແລະ ສະຫາຍ ສົມໃຈ ຊົງລ່າວ່າງ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ວັນຄຳ ເພັດໄຊຍະວົງ, ສະຫາຍ ອາລຸນສັກ ປະທຳມະວົງ, ສະຫາຍ ທອງລິດ ສິດທິອຳພາ ແລະ ສະຫາຍ ດວງໃຈ ພົມມີໄຊ ເປັນຄະນະປະຈຳພັກເມືອງ, ພ້ອມດຽວກັນ ໃນກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 19 ສະຫາຍ ຍິງ 2 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ ຍິງ 0 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ.

 

About admin11