ກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າພະບາດ ຄັ້ງທີ VI

ກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າພະບາດ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 27 ກຸມພາ ແລະ ໄດອັດລົງຢ່າງເປັນທາງການ ໃນວັນທີ 28 ກຸມພາ 2020 ຢູ່ສະໂມສອນໃຫຍ່ເມືອງທ່າພະບາດ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ດວງຕາ ມໍລະຄາສຸກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ, ມີຜູ້ແທນສົມບູນ 105 ສະຫາຍ ຍິງ 8 ສະຫາຍ, ແຂກຖືກເຊີນຈາກບັນດາເມືອງ ແລະ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

     ກອງ​ປະຊຸມ​​ໃຫຍ່​ ໄດ້​ຮັບ​ຟັງ​ລາຍ​ງານ​ການ​ເມືອງທັງ​ສອງ​ພາກ ​ເຊິ່ງສະ​ເໜີ​ໂດຍ ສະຫາຍ ປອ ດວງຕາ ມໍລະຄາສຸກ ລາຍ​ງານ​ການ​ເມືອງ​ໄດ້​ຕີ​ລາຄາ​ເຖິງ​ຜົນງານ ​ແລະ​ ໄຊຊະນະ ​ຂອງ​ການຈັດຕັ້ງປະຕິບັດ​ແນວທາງແຜນນະໂຍບາຍ, ມະຕິຄັ້ງທີ X ຂອງ​ພັກ, ມະຕິຄັ້ງທີ VI ​ອົງຄະນະ​ພັກ​ແຂວງ ແລະ ​ອົງຄະນະພັກເມືອງທີ່ຜ່ານ​ມາ ໂດຍຊີ້ໃຫ້ເຫັນຈຸດດີ, ຈຸດ​ອ່ອນ, ຂໍ້ຄົງຄ້າງ, ສາ​ເຫດ​ຕ່າງໆ ​ເຊິ່ງຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂໃນ​ຕໍ່ໜ້າ ​ແລະ ສະຫຼຸບ​ສັງ​ລວມ​ເປັນ​ບົດຮຽນ​ໃຫ້​ແກ່​ການ​ນຳພາ​ຂອງ​ຕົນ, ພ້ອມ​ນີ້ຍັງ​ໄດ້​ເປັນ​ເອກະ​ພາບ​ກັນ ຮັບຮອງ​ເອົາ​ທິດ​ທາງ​ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ​ເຊິ່ງມີ​ເນື້ອ​ໃນຕົ້ນຕໍດັ່ງ​ນີ້: ຍົກສູງບົດບາດການນໍາພາຂອງພັກ ໃຫ້ເຂັ້ມແຂງໜັກ​ແໜ້ນ ເປັນແກນນໍາໃນລະບົບການເມືອງ, ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເພີ້ມ​ຂື້ນ​ໂດຍ​ເລັ່ງ​ໃສ່​ຄຸນ​ນະ​ພາບເປັນ​ຫຼັກ, ປັບປຸງການຄຸ້ມຄອງບໍລິຫານລັດໃຫ້ໄປຕາມທິດສ້າງລັດແຫ່ງກົດໝາຍ, ສືບ​ຕໍ່​ລົງ​ຮາກ​ຖານ​ການ​ເມືອງ​ພັດ​ທະ​ນາ​ຊົນ​ນະ​ບົດ​ຮອບ​ດ້ານ, ສ້າງ​ບ້ານ​ໃຫ້​ເປັນ​ຫົວ​ໜ່ວຍ​ພັດ​ທະ​ນາ, ແລະ ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ, ຮັກ​ສາ​ສະ​ເຖຍ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ, ​ສັງ​ຄົມ​ມີ​ຄວາມ​ສະ​ຫງົບ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ

​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນຄວາມ​ສະຫງົບກາຍ​ເປັນ​ໜ້າທີ່​ຂອງທົ່ວ​ປວງ​ຊົນ​ຮອບດ້ານ, ເສດຖະກິດໃຫ້ຂະຫຍາຍຕົວໃນລະດັບ 5,8% ຂຶ້ນໄປ, ລາຍຮັບສະ​ເລ່ຍ 2.173 ໂດລາຕໍ່ຄົນຕໍ່ປີ, ຮັບປະກັນ​ທາງ​ດ້ານສະບຽງ​ອາຫານ​ໃຫ້ພຽງພໍ​ກັບ​ການ​ບໍລິ​ໂພ​ກ, ມີ​ສ່ວນ​ແຮໄວ້ ​ແລະ ຂາຍ​ເປັນ​ສິນຄ້າ; ສົ່ງເສີມຫັດຖະກໍາ ແລະ ພັດທະນາແຫຼ່ງທ່ອງທ່ຽວ,  ຄຸ້ມ​ຄອງ​ທີ່​ດິນ ແລະ ປ່າ​ໄມ້​ໃຫ້​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ປັບປຸງຄຸນນະພາບຂອງການສຶກສາ, ສາທາລະນະສຸກ ສົ່ງເສີມໃຫ້ປະຊາຊົນມີສຸກຂະອານະໄມ, ສ້າງຄອບຄົວວັດທະນະທຳ ແລະ ຮັບຮອງເປັນເມືອງວັດທະນະທຳ, ປະຕິບັດແນວທາງການຕ່າງປະເທດຂອງພັກ, ດຶງດູດເອົາການຊ່ວຍເຫຼືອ-ຮ່ວມມືຈາກອົງການຈັດຕັ້ງຕ່າງໆ ເຂົ້າໃນການພັດທະນາເມືອງໃຫ້ຫຼາຍ.

ກອງ​ປະຊຸມ​ໄດ້​ຟັງ​ລາ​ຍງານ ​ແລະ ການ​ປະກອບ​ຄໍາ​ເຫັນ​ຈາກ​ຜູ້ຕາງໜ້າ​ຫຼາຍພາກສ່ວນ ເຊີ່ງແຕ່ລະພາກສ່ວນ ລ້ວນແຕ່ສະແດງໃຫ້ເຫັນເຖີງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ, ການລາຍງານ ແລະ ປະກອບຄຳເຫັນ ສ່ວນຫຼາຍ  ໄດ້ລົງເລິກຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ເຂົ້າໃນຂົງເຂດກົມກອງຂະແໜງການຂອງຕົນ ເຮັດໃຫ້ກອງປະຊຸມມີເນື້ອ​ໃນອຸດົມສົມບູນຂຶ້ນຕື່ມ.

ໃນກອງປະຊຸມຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານພັກເມືອງສະໄໝທີ VI, ໂດຍ​ເລືອກ​ໄດ້ 23 ສະຫາຍ​, ຍິງ 2 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກເມືອງທ່າພະບາດ ສະໄໝທີ VI ໄດ້ເປັນເອກະສັນກັນເລືອກເອົາ ຄື: ສະຫາຍ ປອ ດວງຕາ ມໍລະຄາສຸກ   ເປັນເລຂາຄະນະພັກ, ສະຫາຍ       ພູວົງ ພີມມະສອນ          ເປັນຮອງເລຂາ ແລະ ສະຫາຍ ສະຫວັນເພັດ ຈັນທະວົງສາ ເປັນຮອງເລຂາ ທັງເປັນປະທານກວດກາ. ພ້ອມດຽວກັນກອງປະຊຸມຍັງ ໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 17 ສະຫາຍ, ຍິງ 2 ສະຫາຍ ແລະ ສຳຮອງ 3 ສະຫາຍ, ຍິງ 0 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິ​ຄຳ​ໄຊ.

About admin11