ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງປາກຊັນ ຄັ້ງທີ VII

ກອງປະຊຸມໃຫຍ່ອົງຄະນະພັກເມືອງປາກຊັນ ຄັ້ງທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 15 ມັງກອນ ແລະ ໄດອັດລົງຢ່າງເປັນທາງການ ໃນວັນທີ 16 ມັງກອນ 2020 ຢູ່ສະໂມໃຫຍ່ຂອງເມືອງປາກຊັນ ພາຍໃຕ້ການເປັນປະທານຂອງສະຫາຍ ໄມຈອມ ວັນນະສານຄຳ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ-ເມືອງປາກຊັນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ ມີຜູ້ແທນສົມບູນ 123 ສະຫາຍ, ຍິງ 5 ສະຫາຍ, ແຂກຖືກເຊີນຈາກບັນດາເມືອງ, ບັນດາບ້ານ ແລະ ຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ກອງ​ປະຊຸມ​​ໃຫຍ່​ ໄດ້​ຮັບ​ຟັງ​ລາຍ​ງານ​ການ​ເມືອງທັງ​ສອງ​ພາກ ​ເຊິ່ງສະ​ເໜີ​ໂດຍ ສະຫາຍ ໄມຈອມ ວັນນະສານຄໍາ ກໍາມະກາ​ນພັກ​ແຂວງ, ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ, ລາຍ​ງານ​ການ​ເມືອງ​ໄດ້​ຕີ​ລາຄາ​ເຖິງ​ຜົນງານ ​ແລະ​ ໄຊຊະນະ​ຂອງ​ການຈັດຕັ້ງປະຕິບັດ​ແນວທາງແຜນນະໂຍບາຍ, ມະຕິຄັ້ງທີ X ຂອງ​ພັກ, ມະຕິຄັ້ງທີ VI ​ອົງຄະນະ​ພັກ​ແຂວງ, ​ອົງຄະນະພັກເມືອງທີ່ຜ່ານ​ມາ. ໂດຍຊີ້ໃຫ້ເຫັນຈຸດດີ, ຈຸດ​ອ່ອນ, ຂໍ້ຄົງຄ້າງ, ສາ​ເຫດ​ຕ່າງໆ ​ເຊິ່ງຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂໃນ​ຕໍ່ໜ້າ ​ແລະ ສະຫຼຸບ​ສັງ​ລວມ​ເປັນ​ບົດຮຽນ​ໃຫ້​ແກ່​ການ​ນຳພາ​ຂອງ​ຕົນ, ພ້ອມ​ນີ້ ຍັງ​ໄດ້​ເປັນ​ເອກະ​ພາບ​ກັນຮັບຮອງ​ເອົາ​ທິດ​ທາງ​ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2019-2024) ​ເຊິ່ງມີ​ເນື້ອ​ໃນຕົ້ນຕໍ ດັ່ງ​ນີ້: ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ດຸນດ່ຽງລະຫວ່າງການພັດທະນາ ແລະ ການສະໜອງທຶນໃຫ້ສອດຄ່ອງກັບເງື່ອນໄຂໃໝ່, ສູ້ຊົນສ້າງໃຫ້ເມືອງປາກຊັນເປັນເມືອງທີມີຄວາມເຂັ້ມແຂງຮອບດ້ານ ໂດຍສະເພາະທາງດ້ານວຽກງານການເງິນ ຕ້ອງໃຫ້ສາມາດກຸ້ມຕົນເອງເທື່ອລະກ້າວ ເປັນຕົ້ນ: ເງິນເດືອນ, ເງິນອຸດໜູນ, ນະໂຍບາຍ, ເງິນບໍລິຫານ, ເງິນດັດສົມສົ່ງເສີມ, ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມກາຍເປັນສີຂຽວ ແລະ ຍືນຍົງ, ການພັດທະນາຂະແໜງເສດຖະກິດ ແລະ ວັດທະນະທຳ-ສັງຄົມໄປພ້ອມໆກັນ ນັບທັງຕົວເມືອງ ແລະ ຊົນນະບົດ, ການແກ້ໄຂຄວາມທຸກຍາກຕາມທິດ 3 ສ້າງໃຫ້ປະກົດຜົນເປັນຈິງ. ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ມີຄວາມຮູ້-ຄວາມສາມາດໃນການສ້າງກຳລັງແຮງງານໃຫ້ມີສີມື, ມີລະບຽບວິໄນ ແລະ ດຸໝັ່ນ, ອົດທົນ.ຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສ້າງສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ສືບຕໍ່ເປີດກ້ວາງການຮ່ວມມືກັບປະເທດເພື່ອນມິດທີມີແລ້ວ ໃຫ້ມີປະສິດທິຜົນຍິງຂຶ້ນ.

ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ການປະກອບຄຳເຫັນຈາກບັນດາເມືອງ, ຜູ້ຕາງໜ້າຈາກຂົງເຂດຕ່າງໆອ້ອມຂ້າງເມືອງ ແລະ ຄອບຄົວຕົວແບບ ເຊີ່ງເຮັດໃຫ້ລາຍງານການເມືອງ ມີເນື້ອໃນອັນອຸດົມສົມບູນ ແລະ ຢັ້ງຢືນເຖິງການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຜົນສຳເລັດຂອງການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ເປັນຕົ້ນການສ້າງໜ່ວຍພັກປອດ​ໃສ ​ເຂັ້ມ​ແຂງ ໜັກ​ແໜ້ນ, ການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ໃຫ້ໄປຕາມທິດ 3 ສ້າງ, ການຊຸກຍູ້-ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂຄວາມທຸກຍາກ ແລະ ສ້າງຂະບວນການຕາມຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.

ກອງປະຊຸມ ຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານພັກເມືອງປາກຊັນສະໄໝທີ VII,  ໂດຍເລືອກໄດ້ 23 ສະຫາຍ, ຍິງ 4 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງປາກຊັນ ສະໄໝທີ VII ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ໄມຈອມ ວັນນະສານຄໍາ          ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ແສງອາລຸນ ແສງອາພອນ                ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ນ. ຄໍາເພັດ ດວງມະນີ                  ເປັນຮອງເລຂາຄະນະບໍລິຫານງານພັກເມືອງ ທັງເປັນປະທານກວດກາພັກ, ສະຫາຍ ມະນີວົງ ຈັນທະວົງສາ, ສະຫາຍ ຈັນທະວອນ ພົມມະຈັນ, ສະຫາຍ ສຸພາລັກ ໄຊຊະນະສີ ແລະ ສະຫາຍ ສຸລິຍາ ລາດສະບົວສີ ເປັນຄະນະປະຈຳພັກເມືອງ.

ພ້ອມດຽວກັນ ໃນກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 24 ສະຫາຍ, ຍິງ 4 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ, ຍິງ 0 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ.

About admin11