ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງປາກກະດິງ ຄັ້ງທີ VII

ກອງປະຊຸມໃຫຍ່ອົງຄະນະພັກເມືອງປາກກະດິງ ຄັ້ງທີ VII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 13 ກຸມພາ ແລະ ໄດ້ອັດລົງຢ່າງເປັນທາງການ ໃນວັນທີ 14 ກຸມພາ 2020 ຢູ່ຫ້ອງວ່າການເມືອງປາກກະດິງ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ຈັນທະນາສຸກ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ສຸວັນນີ ໄຊຊະນະ ຮອງເລຂາຄະນະບໍລິຫານງານພັກແຂວງ-ແຂວງບໍລິຄຳໄຊ ມີຜູ້ແທນສົມບູນ 111 ສະຫາຍ ຍິງ 4 ສະຫາຍ, ແຂກຖືກເຊີນຈາກບັນດາເມືອງ, ພະແນກການຂັ້ນແຂວງ ແລະ ຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ກອງ​ປະຊຸມ​​ໃຫຍ່​ ໄດ້​ຮັບ​ຟັງ​ລາຍ​ງານ​ການ​ເມືອງທັງ​ສອງ​ພາກ ​ເຊິ່ງສະ​ເໜີ​ໂດຍ ສະຫາຍ ສົມພອນ ຈັນທະນາສຸກ ໂດຍ​ໄດ້​ຕີ​ລາຄາ​ເຖິງ​ຜົນງານ ​ແລະ​ ໄຊຊະນະ​ ຂອງ​ການຈັດຕັ້ງປະຕິບັດ​ແນວທາງແຜນນະໂຍບາຍ, ມະຕິຄັ້ງທີ VI ຂອງ​ອົງຄະນະພັກເມືອງ, ອົງຄະນະ​ພັກ​ແຂວງ ທີ່ໄດ້ຊີ້ໃຫ້ເຫັນຈຸດດີ, ຈຸດ​ອ່ອນ, ຂໍ້ຄົງຄ້າງ, ສາ​ເຫດ​ຕ່າງໆ ​ເຊິ່ງຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂໃນ​ຕໍ່ໜ້າ ​ແລະ ສະຫຼຸບ​ສັງ​ລວມ​ເປັນ​ບົດຮຽນ​ໃຫ້​ແກ່​ການ​ນຳພາ​ຂອງ​ຕົນ, ພ້ອມ​ນີ້ ຍັງ​ໄດ້​ເປັນ​ເອກະ​ພາບ​ກັນຮັບຮອງ​ເອົາ​ທິດ​ທາງ​ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IV (2020-2024) ​ເຊິ່ງມີ​ເນື້ອ​ໃນຕົ້ນຕໍ ດັ່ງ​ນີ້: ຍົກສູງການນໍາພາຂອງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນບົດບາດຂອງພັກເປັນແກນນຳໃນລະບົບການເມືອງ, ເພີ່ມທະວີໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍເທື່ອລະກ້າວ ເຮັດໃຫ້ເມືອງປາກກະດິງມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ສືບຕໍ່ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ສ້າງໄດ້ໂຄງປະກອບເສດຖະກິດໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງທຸກພາກສ່ວນເຂົ້າໃນການພັດທະນາ, ຊຸກຍູ້ສົ່ງເສີມຢ່າງແຂງແຮງການຜະລິດເປັນສິນຄ້າ ແລະ ທັນຍາຫານ, ກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງທີ່ຈຳເປັນ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ-ສີ່ງແວດລ້ອມໃຫ້ຍືນຍົງ, ສຸມໃສ່ພັດທະນາວັດທະນະທຳ-ສັງຄົມ ໃຫ້ຄວບຄູ່ກັບການຂະຫຍາຍຕົວຂອງເສດຖະກິດ, ພັດທະນາຊັບພະຍາກອນມະນຸດ ໃຫ້ມີສະຕິປັນຍາ, ມີຈັນຍາບັນ, ຄຸນສົມບັດ, ຄຸນນະທໍາ, ສຸຂະພາບແຂງແຮງ, ສ້າງສີມືແຮງງານ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງການສ້າງສາພັດທະນາ, ເພີ່ມທະວີວຽກງານສຶກສາອົບຮົມ, ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນໃຫ້ເປັນປຶກແຜ່ນ, ມີຄວາມເປັນເອກະພາບກັບແນວທາງ ແລະ ການນໍາພາຂອງພັກ, ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານແນວທາງການຕ່າງປະເທດຂອງພັກ ແລະ ຂອບເຂດຄວາມຮັບຜິດຊອບຂອງເມືອງ ເພື່ອຍາດແຍ່ງການລົງທຶນ ແລະ ບົດຮຽນ ເຂົ້າໃນການພັດທະນາເມືອງເທື່ອລະກ້າວ.

ກອງປະຊຸມໄດ້ຮັບຟັງລາຍງານ ການປະກອບຄຳເຫັນຈາກຕາງໜ້າບັນດາຂົງເຂດວຽກງານ  ພາຍໃນເມືອງ ແລະ ຄອບຄົວຕົວແບບຂອງປະຊາຊົນ, ກຸ່ມຕົວແບບຈາກບ້ານ ເຊິ່ງແຕ່ລະພາກສ່ວນ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ການລາຍງານ ແລະ ປະກອບຄໍາເຫັນ ສ່ວນຫຼາຍໄດ້ລົງເລິກລາຍງານຜົນສຳເລັດແຫ່ງການຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃນ 5 ປີຜ່ານມາ ແລະ ວິທີການປັບປຸງແກ້ໄຂວຽກງານໃນຂົງເຂດ, ຂະແໜງການພາຍໃນເມືອງ ອັນໄດ້ເຮັດໃຫ້ເນື້ອໃນຂອງກອງປະຊຸມ ມີຄວາມອຸດົມສົມບູນຂຶ້ນຕື່ມ.

ໃນກອງປະຊຸມ ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານພັກເມືອງປາກກະດິງ ສະໄໝທີ  VII  ໂດຍເລືອກໄດ້ 23 ສະຫາຍ, ຍິງ 2 ສະຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງປາກກະດິງ ສະໄໝທີ VII ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ສົມພອນ ຈັນທະນາສຸກ ເປັນເລຂາຄະນະບໍລິຫານງານພັກເມືອງ,  ສະຫາຍ ໂຄສາຈານ ແສນທະວີໄຊ ເປັນຮອງເລຂາ ແລະ ສະຫາຍ ທອງແດງ ຍັນວິໄລ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ແກ້ວວົງທອງ ກົມມະແສງ, ສະຫາຍ ພັທ ວົງພະຈັນ ແກ້ວວິຊຽນ, ສະຫາຍ ຄໍາພັນ ໄຊຍະລາດ ແລະ ສະຫາຍ ພົງສະຫວັດ ຄໍາສຸກຖາວົງ ເປັນຄະນະປະຈຳພັກເມືອງ, ພ້ອມດຽວກັນ ໃນກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 19 ສະຫາຍ ຍິງ 2 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ ຍິງ 0 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ.

About admin11