ກອງປະຊຸມໃຫຍ່ຊາວໜຸ່ມ ຄັ້ງທີ 3 ອົງການໄອຍະການປະຊາຊົນເຂດ 2

ໃນຕອນເຊົ້າຂອງວັນທີ 22 ກຸມພາ 2022 ໜ່ວຍຊາວໜຸ່ມອົງການໄອຍະການປະຊາຊົນເຂດ 2 ໄດ້ຈັດກອງປະຊຸມໃຫຍ່ຊາວໜຸ່ມ ຄັ້ງທີ 3 ຂອງຕົນຂຶ້ນ ທີ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງທ່ານ ຮັ້ງ ຄຳມະວົງ ເລຂາຊາວຫນຸ່ມຫນ່ວຍອົງການໄອຍະການປະຊາຊົນເຂດ 2, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ. ຈັນສະຫມອນ ບຸນຍັງ ຮອງເລຂາຄະນະບໍລິຫາງານຊາວຫນຸ່ມ ເມືອງຄຳເກີດ.

ທ່ານ ຮັ້ງ ຄຳມະວົງ ເລຂາຊາວຫນຸ່ມຫນ່ວຍອົງການໄອຍະການປະຊາຊົນເຂດ 2 ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງໜ່ວຍຊາວໜຸ່ມປະຈໍາປີ 2016 – 2021 ແລະ ທິດທາງແຜນການ 2022 – 2026 ທ່ານໃຫ້ຮູ້ວ່າ: ໃນລະຍະ 5 ປີຜ່ານມາ ອົງການໄອຍະການປະຊາຊົນເຂດ II, ແຂວງບໍລິຄໍາໄຊ, ມີຄະດີອາຍາ ທັງໝົດ 271 ເລື່ອງ, ຄະດີແພ່ງ 28 ເລື່ອງ, ໄດ້ປະຕິບັດຄໍາສັ່ງກວດຄົ້ນ 242 ສະບັບ, ຄໍາສັ່ງກັກຂັງພາງ 840 ສະບັບ, ຄໍາສັ່ງປ່ອຍພາງ 168 ສະບັບ, ຄໍາສັ່ງຈັບຕົວ 222 ສະບັບ, ຄໍາສັ່ງຕໍ່ກັກຂັງພາງ 101 ສະບັບ, ອອກຄໍາສັ່ງຊັດມ້ຽນ 19 ສະບັບ, ອອກຄໍາສັ່ງຟ້ອງ ຂື້ນສານ 116 ສະບັບ, ເຂົ້າຮ່ວມສະຖານທີ່ເກີດເຫດ 132 ຄັ້ງ, ເຂົ້າຮ່ວມປະຊຸມສານ 46 ເລື່ອງ, ເຂົ້າຮ່ວມຄະດີແພ່ງຈໍານວນ 25 ເລື່ອງ.

ພາຍຫລັງຄະນະຊາວໜຸ່ມຊຸດເກົ່າອຳລາໜ້າທີ່, ກອງປະຊຸມ ໄດ້ດຳເນີນປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກ ຕົກລົງ: ສະຫາຍ ຄໍາຫວັນ ພິມມະສອນ ເປັນເລຂາ, ສະຫາຍ ບຸນລ້ຽງ ພັນທະວົງ ເປັນຮອງເລຂາ ແລະ ສະຫາຍ ກອງມີ ສຸລິວັນໄຊ ເປັນຄະນະ.

ຕອນທ້າຍກອງປະຊຸມ ຍັງກໍ່ຈັດພິທີມອບໃບຍ້ອງຍໍຈໍານວນ 3 ໃບ ແລະ ໃບຈາລຶກບຸນຄຸນຈໍານວນ 2 ໃບ ໃຫ້ແກ່ຄະນະຊາວໜຸ່ມຊຸດເກົ່າ ທີ່ໄດ້ປະກອບສ່ວນປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ, ຕາງໜ້າມອບໂດຍ ທ່ານ ນ. ຈັນສະຫມອນ ບຸນຍັງ ຮອງເລຂາຄະນະບໍລິຫາງານຊາວຫນຸ່ມເມືອງຄຳເກີດ

About admin11