ກອງປະຊຸມໃຫຍ່ຄັ້ງທີ III ຊາວໜຸ່ມຮາກຖານໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ

   

ໃນຕອນບ່າຍຂອງວັນທີ 30 ທັນວາ 2020 ຢູ່ທີ່ຫ້ອງປະຊຸມ ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມໃຫຍ່ຊາວໜຸ່ມ ຄັ້ງທີ III ຂອງຕົນຂຶ້ນ ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພອນ ໄຊຍະວົງ ເລຂາຊາວໜຸ່ມຮາກຖານໂຮງຮຽນເຕັກນິກ-ວິຊາຊີບແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມ ຄັ້ງນີ້ມີ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ, ສະຫາຍ ສົມພອນ ວັນນະລາດ ຮອງເລຂາໜ່ວຍພັກ, ໂຮງຮຽນເຕັກນິກ-ວິຊາຊີບແຂວງ, ມີແຂກຖືກເຊີນ, ຊາວໜຸ່ມແຮກສ່ຽວອ້ອມຂ້າງ ພ້ອມສະມາຊິກຊາວໜຸ່ມພາຍໃນໂຮງຮຽນ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ຄໍາເຫຼັກ ວົງພະຈັນ ຮອງເລຂາຮາກຖານຊາວໜຸ່ມ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງຊາວໜຸ່ມໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ວ່າ: ຄະນະຊາວໜຸ່ມທຸກຂັ້ນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແນໃສ່ສ້າງຊາວໜຸ່ມ ຕິດພັນກັບການປຸກລະດົມສ້າງຂະບວນການດ້ານຕ່າງໆ ໃຫ້ພະນັກງານຊາວໜຸ່ມ ໄດ້ຮໍ່າຮຽນແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດ ເປັນຕົ້ນ: ກົດໝາຍວ່າດ້ວຍ ຄະນະຊາວໜຸ່ມ ປະຊາຊົນ ປະຕວັດລາວ ແລະ ເອກະສານຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ.

ຊາວໜຸ່ມຮາກຖານ ໂຮງຮຽນເຕັກນິກ-ວິຊາຊີບແຂວງ ມີສະມາຊິກຊາວໜຸ່ມທັງໝົດ 280 ສະຫາຍ, ຍິງ 198 ສະຫາຍ. ພາຍຫຼັງຄະນະຊຸດເກົ່າ ໄດ້ຜ່ານບົດສໍາຫຼວດການນໍາພາພ້ອມອຳລາໜ້າທີ່ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະຮາກຖານຊາວໜຸ່ມຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ເລືອກເອົາສະຫາຍ ຄໍາພອນ ໄຊຍະວົງ ເປັນເລຂາ, ສະຫາຍ ຄໍາເຫຼັກ ວົງພະຈັນ ເປັນຮອງ, ສະຫາຍ ຄໍາເພັດ ກິລິຍາ ເປັນຮອງທັງເປັນຜູ້ກວດກາ.

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກສະຫາຍ ວັນນະສິນ ສອນວິໄລ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ຄະນະຊາວໜຸ່ມຊຸດໃໝ່ ຈົ່ງເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ, ສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ, ເພີ່ມທະວີຄວາມສາມັກຄີພາຍໃນ, ພ້ອມກັນນຳເອົາມະຕິກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

 

About admin11