ກອງປະຊຸມໃຫຍ່ຄັ້ງທີ່ II ສະມາຄົມຮ້ານອາຫານ, ຮ້ານກິນດື່ມ, ບັນເທິງ ແລະ ຄາຣາໂອເກະ ເມືອງຄຳເກີດ

ໃນຕອນເຊົ້າວັນທີ 5 ຕຸລາ 2020 ຢູ່ຫ້ອງປະຊຸມສູນວັດທະນະທຳເດັກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ່ II ສະມາຄົມຮ້ານອາຫານ, ຮ້ານກິນດື່ມ, ບັນເທິງ ແລະ ຄາຣາໂອເກະ ທົ່ວເມືອງ, ໃຫ້ກຽດເປັນປະທານໂດຍທ່ານ ສຸດທິພົງ ຈັນທະພັນ ປະທານສະມາຄົມ ຮ້ານອາຫານ, ຮ້ານກິນດື່ມ, ບັນເທິງ ແລະ ຄາຣາໂອເກະ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ເຂັມພອນ ປັນຍານຸວົງ ຫົວຫນ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຄຳເກີດ, ມີບັນດານັກທຸລະກິດ, ຜູ້ປະກອບການດ້ານອາຫານ, ຮ້ານກິນດື່ມ, ບັນເທິງ ແລະ ຄາຣາໂອເກະ ເຂົ້າຮ່ວມ.

ທ່ານ ສຸດທິພົງ ຈັນທະພັນ ໄດ້ໃຫ້ກຽດຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຊີ່ງທ່ານໃຫ້ຮູ້ວ່າ: ທົ່ວເມືອງປະກອບມີ ຮ້ານອາຫານ 18 ຮ້ານ,ຮ້ານກິນດື່ມ 11 ຮ້ານ, ຮ້ານບັນເທິງ 2 ຮ້ານ, ຮ້ານເຝີ – ເຂົ້າປຽກ 8 ຮ້ານ, ຮ້ານຕຳ – ປິ້ງ 21 ຮ້ານ ແລະ ຮ້ານຊີ້ນດາດ 3 ຮ້ານ.

ສະມາຄົມທຸລະກິດຮ້ານອາຫານ, ຮ້ານກີນດື່ມ – ບັນເທີງ ແລະ ຄາຣາໂອເກະ ໄດ້ມີການປືກສາຫາລື ໃນການເຄື່ອນໄຫວດໍາເນີນທຸລະກິດ ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ – ລັດ ວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ, ໃນໄລຍະ 5 ປີຜ່ານມາ ສະມາຄົມຂອງພວກເຮົາ ແມ່ນພົບກັບຄວາມຫຍຸ່ງຍາກຫຼາຍບັນຫາໃນການເຄື່ອນໄຫວດຳເນີນທຸລະກິດຍ້ອນມີການລະບາດຂອງພະຍາດໂຄວິດ – 19, ການຂາດແຄນນໍ້າມັນເຊື້ອໄຟ, ເງິນເຟີ້ທີ່ສູງ ເຊິ່ງມີຜົນກະທົບໂດຍກົງ ແລະ ທາງອ້ອມ ຕໍ່ຜູ້ປະກອບການຫົວໜ່ວຍທຸລະກິດບໍລິການຮ້ານອາຫານ, ກິນດື່ມ – ບັນເທິງ ແລະ ຄາຣາໂອເກະ ຂອງພວກເຮົາ ເຮັດໃຫ້ມີບາງຮ້ານອາຫານທີ່ບໍ່ສາມາດປັບຕົວໄດ້ ປິດຕົວລົງເປັນຈຳນວນຫຼາຍ, ແຕ່ຍ້ອນການນຳພາ – ຊີ້ນຳຂອງຄະນະພັກ, ຄະນະນຳຂອງເມືອງ, ຂອງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ແລະ ຄວາມບຸກບືນເປັນເຈົ້າການຂອງຄະນະສະມາຄົມ ແລະ ສະມາຊິກ ຮັກສາຄວາມສະຫງົບ, ຄວາມປອດໄພ ໃຫ້ກັບແຂກທີ່ມາໃຊ້ບໍລິການໃນຂອບເຂດຄວາມຮັບຜິດຊອບຂອງຕົນ ປະຕິບັດໄດ້ 100%.

ກອງປະຊຸມ ໄດ່ດຳເນີນການປ່ອນບັດຄັດເລືອກເອົາຄະນະຊຸດໃໝ່, ເຊິ່ງເລືອກໄດ້: ທ່ານ ສຸດທິພົງ ຈັນທະພັນ ເປັນປະທານສະມາຄົມ ຮ້ານອາຫານ, ຮ້ານກິນດື່ມ, ບັນເທິງ ແລະ ຄາຣາໂອເກະ, ທ່ານ ຕິ່ງນ້ອຍ ເລຶອງວັນຫຼ້າ ເປັນຮອງປະທານ, ທ່ານ ນາງ ແກ້ວມະນີ, ທ່ານ ນາງ ຫຼີ , ທ່ານ ນາງ ຈັນຫອມ, ທ່ານ ຄຳໜັ້ນ, ທ່ານ ນາງ ກອງມີ ແກ້ວສຸວັນ ເປັນກຳມະການ ແລະ ທ່ານ ອຸໄລພອນ ເປັນຜູ້ອຳນວຍການສະມາຄົມ.

ຫຼັງຈາກນັ້ນ ທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຄຳເກີດ ຍັງໄດ້ໂອລົມ ໂດຍທ່ານໄດ້ຍ້ອງຍໍມາຍັງຄະນະສະມາຄົມ ຮ້ານອາຫານ, ຮ້ານກິນດື່ມ, ບັນເທິງ ແລະ ຄາຣາໂອເກະຊຸດເກົ່າຍາດມາໄດ້ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງ ສະມາຄົມ ຊຸດໃໜ່ ໃຫ້ພ້ອມກັນເອົາໃຈໃສ່ເຮັດວຽກສຶກສາອົບຮົມ ແນວຄິດການເມືອງໃຫ້ແກ່ສະມາຊິກ ແລະ ຜູ້ປະກອບການ ຮ້ານອາຫານ, ຮ້ານກິນດື່ມ,ບັນເທິງ ແລະ ຄາຣາໂອເກະ ທົ່ວເມືອງ ໃຫ້ມີຄວາມເປັນເອກະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ ໃນການບໍລິການຮັບແຂກທັງພາຍໃນ ແລະ ຕ່າງປະເທດ, ໄປພ້ອມໆກັບການຮັກສາຄວາມສະຫງົບພາຍໃນຮ້ານ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ.

About admins16