ທ່າພະບາດ – ປາກງື່ມ ແລກປ່ຽນບົດຮຽນ ການພັດທະນາເສດຖະກິດ – ສັງຄົມ


ກອງປະຊຸມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດ ການພັດທະນາເສດຖະກິດ-ສັງຄົມ ລະຫວ່າງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ແລະ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ 2020 ຢູ່ຫ້ອງປະຊຸມປົກຄອງເມືອງປາກງື່ມ. ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ ແລະ ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ, ມີບັນດາທ່ານ ໃນຄະນະນຳທັງ 2 ເມືອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານພັດທະນາເສດຖະກິດ-ສັງຄົມຂອງທັງສອງເມືອງ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍແຕ່ລະຂົງເຂດວຽກງານ ກໍ່ໄດ້ປະກອບຄໍາຄິດຄໍາເຫັນ ໃນແຕ່ລະວຽກງານ ຄື: ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ ຢ່າງກົງໄປກົງມາ, ທັງນີ້ ກໍ່ເພື່ອເຫັນໄດ້ຈຸດເດັ່ນຂອງແຕ່ລະເມືອງ ທີ່ໄດ້ຮັບການພັດທະນາ ເພື່ອຈະໄດ້ນຳມາເປັນບົດຮຽນ ໃນການຈັດຕັ້ງປະຕິບັດ.

ຫຼັງຈາກສໍາເລັດກອງປະຊຸມແລກປ່ຽນບົດຮຽນໃນຄັ້ງນີ້ ທ່ານປະທານ ສະເໜີໃຫ້ແຕ່ລະຂົງເຂດ ຈົ່ງພ້ອມກັນເອົາໃຈໃສ່ສົມທົບປະສານງານກັນ ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ ເພື່ອເຮັດແນວໃດ ໃຫ້ 2 ເມືອງ ໄດ້ຮັບການພັດທະນາ ໄປພ້ອມໆກັນ.

About admin11