ກອງປະຊຸມເຜີຍແຜ່ ເນື້ອໃນບົດບັນທຶກຄວາມຄວາມເຂົ້າໃຈ ວ່າດ້ວຍການສຶກສາແຫລ່ງແຮ່ທາດ

ໃນຕອນເຊົ້າຂອງວັນທີ 2 ມີນາ 2022 ຢູ່ທີ່ຫ້ອງປະຊຸມນ້ອຍ ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນບົດບັນທຶກຄວາມຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສຶກສາເບື້ອງຕົ້ນຂໍ້ມູນທ່າແຮງແຫຼ່ງແຮ່ທາດ ລະຫວ່າງກົມທໍລະນີສາດ ແລະ ບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ພາຍໃຕ້ການເປັນປະທານ ຂອງທ່ານ ລາວຈຸ ໂຊຕຸກີ້ ຮອງຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ, ໂດຍການເຂົ້າຮ່ວມຂອງທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ, ມີພາກສ່ວນມາຈາກສູນກາງກົມທໍລະນີສາດ ແລະ ແຮ່ທາດ, ພະແນກແຜນພະລັງງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊ, ຕ່າງໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງວຽງທອງ, ເມືອງໄຊຈຳພອນ ແລະ ຫ້ອງວ່າການເມືອງໄຊຈຳພອນ ເຂົ້າຮ່ວມ.

ໃນກອງປະຊຸມ ຕາງໜ້າພະແນກທໍລະນີສາດ ແລະ ແຮ່ທາດ ໄດ້ສະເໜີນິຕີກຳຕ່າງໆ ເພື່ອຂໍຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ຄະນະທີມງານຂອງກົມທໍລະນີສາດ ແລະ ແຮ່ທາດ ຮ່ວມກັບ ບໍລິສັດກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເພື່ອຈະໄປເຜີຍແຜ່ເນື້ອໃນບົດບັນທຶກຄວາມຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສຶກສາເບື້ອງຕົ້ນຂໍ້ມູນທ່າແຮງແຫຼ່ງແຮ່ທາດຢູ່ແຂວງບໍລິຄຳໄຊ ກໍ່ຄືເມືອງວຽງທອງ ແລະ ເມືອງໄຊຈຳພອນ ໃນຂອບເຂດເນື້ອທີ່ໄດ້ຮັບອະນຸຍາດ,  ເມືອງວຽງທອງ ມີເນື້ອທີ່ 1,142 ກມ2 ແລະ ເມືອງໄຊຈຳພອນ ມີເນື້ອທີ່ 578,72 ກມ2.

ຈາກນັ້ນ ຜູ້ແທນກອງປະຊຸມໄດ້ມີການປຶກສາຫາລື ປະກອບຄຳຄິດຄຳເຫັນ ແລະ ຊີ້ແຈງ ເພື່ອໃຫ້ມັນສອດຄ່ອງໃນການຈັດຕັ້ງປະຕິບັດ ໃຫ້ບັນລຸຕາມຈຸດປະສົງດັ່ງກ່າວ ໂດຍມອບໃຫ້ເມືອງເປັນຜູ້ຄຸ້ມຄອງຕິດຕາມ.

About admin11