ບໍລິຄຳໄຊ ເຜີຍແຜ່ຜົນການສຳຫຼວດ ແຫຼ່ງທ່ອງທ່ຽວສີຂຽວ

ໃນວັນທີ 14 ກັນຍາ 2022 ຢູ່ທີ່ໂຮງແຮມສຸນັນທາ ເມືອງປາກຊັນ ແຂວງບໍລິຄຳໄຊ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການສຳຫຼວດ ແຫຼ່ງທ່ອງທ່ຽວສີຂຽວ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງ ດວງຕາ ເລືອງວິໄລ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງບໍລິຄຳໄຊ, ທ່ານ ປອ ດຣ ເກດເກສອນ ພຣະສິສົມບັດ ຮອງກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ.

ທ່ານ ປອ ດຣ ເກດເກສອນ ໄດ້ຂື້ນເຜີຍແຜ່ຜົນການສຳຫຼວດຄັ້ງນີ້ ວ່າ: ການສໍາຫຼວດ ໄດ້ກໍານົດເອົານະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ໂດຍເລີ່ມແຕ່ເດືອນ ກຸມພາ ເຖີງ ເມສາ 2022, ທີມງານເຮັດການສຳຫຼວດ ໄດ້ຮັບການຊີ້ນຳ – ນຳພາ ຈາກຄະນະນໍາຂອງກະຊວງສາທາລະນະສຸກ ແລະ ກະຊວງຖະແຫຼ່ງຂ່າວ, ວັດຖະນະທຳ ແລະ ທ່ອງທ່ຽວ (​ ຖວທ ), ພາຍໃຕ້ການສະໜັບສະໜູນຄູ່ຮ່ວມພັດທະນາ UNICEF, ເຫດຜົນ ແລະ ຄວາມສໍາຄັນຂອງການສຳຫຼວດແມ່ນ ເພື່ອສຶກສາອັດຕາປົກຄຸມການສັກຢາກັນພະຍາດ ໂຄວິດ – 19 ໃນພື້ນທີ່ທ່ອງທ່ຽວສີຂຽວດັ່ງກາວ, ເພື່ອປະເມີນຄວາມຮູ້ຂອງຜູ້ໃຫ້ບໍລິການ ກ່ຽວກັບວັກຊີນໂຄວິດ – 19, ແຫຼ່ງຂໍ້ມູນນຂ່າວສານ ແລະ ພຶດຕິກຳການປ້ອງກັນຕົນເອງ, ເພື່ອໃຫ້ຄຳແນະນຳ ທີ່ສາມາດນຳໄປສູ່ການຈັດຕັ້ງປະຕິບັດໄດ້ ໃຫ້ການນຳຂອງກະຊວງສາທາລະນະສຸກ, ກະຊວງ ຖວທ, ຄູ່ຮ່ວມພັດທະນາ ເພື່ອເປັນຂໍ້ມູນໃນການເປີດປະເທດຮັບນັກທ່ອງທ່ຽວ ແລະ ກະຕຸ້ນເສດຖະກິດ ຂອງ ສປປ ລາວ.

ຜົນການສໍາຫຼວດ ພື້ນທີ່ທ່ອງທ່ຽວສີຂຽວພົບວ່າ: ມີຜູ່ເຂົ້າຮ່ວມສໍາພາດທັງໝົດ 625 ຄົນ, ອັດຕາການສັກຢາຄົບ 2 ໂດສ ສູງເຖິງ 99,67%, ສ່ວນເຂັມກະຕຸ້ນຍັງຕໍ່າຫຼາຍ ມີພຽງ 56,5%, ຜູ້ເຂົ້າຮ່ວມການສຳຫລວດ ມີຄວາມຮັບຮູ້ສູງກ່ຽວກັບພະຍາດໂຄວິດ – 19, ຄວາມເຂົ້າໃຈກ່ຽວກັບການປ້ອງກັນແມ່ນຖືກຕ້ອງ ແລະ ຊັດເຈນ.

About admins14